ຂ່າວສານ
ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳແຫ່ງຊາດ ລາວ
ເລີ່ມແຕ່ປີ 2001, ສອງສະຖາບັນໄດ້ສ້າງຕັ້ງການພົວພັນຮ່ວມມືຢ່າງຮອບດ້ານໃນການບຳລຸງສ້າງພະນັກງານຍຸຕິທຳ. ໃນໄລຍະ 2001 – 2017, ມີພະນັກງານຍຸຕິທຳ ລາວ ຫຼາຍຄົນໄດ້ຮັບການບຳລຸງສ້າງຢູ່ ຫວຽດນາມ ໃນບັນດາຂົງເຂດຕຸລາການ, ທະບຽນສານ, ການປະຕິບັດຄຳຕັດສິນຂອງສານ, ພ້ອມກັບບັນດາຄະນະປະຕິບັດງານຂອງ ລາວ ມາຮ່ຳຮຽນ ແລະ ບັນດາຄະນະພະນັກງານ ຫວຽດນາມ ໄປໜູນຊ່ວຍປະເທດເພື່ອນສ້າງຫຼັກສູດການຮຽນ. ບັນດາໝາກຜົນເບື້ອງຕົ້ນນັ້ນໄດ້ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາຂອງສະຖາບັນຍຸຕິທຳແຫ່ງຊາດ ລາວ, ພ້ອມທັງຢັ້ງຢືນຄວາມຜູກພັນອັນສະໜິດແໜ້ນລະຫວ່າງສອງຮາກຖານບຳລຸງສ້າງ. ທ່ານ ຫງວຽນຊວັນທູ ຜູ້ອຳນວຍການສະຖາບັນຍຸຕິທຳ ຫວຽດນາມ ໃຫ້ຮູ້ວ່າ:
ດ້ວຍຖານະຕຳແໜ່ງເປັນຜູ້ອຳນວຍການສະຖາບັນຍຸຕິທຳ ຫວຽດນາມ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອເຫັນວ່າ ນັບແຕ່ເວລາສ້າງຕັ້ງການຮ່ວມມືໃນປີ 2001 ມາຮອດປັດຈຸບັນ, ການພົວພັນລະຫວ່າງສອງສະຖາບັນນັບມື້ນັບແໜ້ນແຟ້ນ ແລະ ພັດທະນາຢ່າງແຮງ. ຈຸດສຸມຂອງການຮ່ວມມືຍັງແມ່ນການພ້ອມກັນແລກປ່ຽນບົດຮຽນປະສົບການ, ໜູນຊ່ວຍກັນໃນວຽກງານບຳລຸງສ້າງ, ພັດທະນາຖັນແຖວຄູອາຈານ, ສ້າງໂຄງການບຳລຸງສ້າງ ແລະ ລະບົບເອກະສານການຮຽນ, ເພື່ອແນໃສ່ຮັບໃຊ້ໃຫ້ແກ່ວຽກງານບຳລຸງສ້າງດ້ານຍຸຕິທຳຂອງສອງປະເທດໃຫ້ມີປະສິດທິຜົນກ່ວາອີກ.
ນັບແຕ່ປີ 2018, ການຮ່ວມມືລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະໃໝ່ດ້ວຍໂຄງການໜູນຊ່ວຍສະຖາບັນຍຸຕິທຳ ລາວ ໂດຍລັດຖະບານ ຫວຽດນາມ ຊ່ວຍເຫຼືອ. ໂຄງການໄດ້ຊ່ວຍສ້າງ 3 ຫຼັກສູດຂອບວ່າດ້ວຍການບຳລຸງສ້າງວິຊາຊີບຍຸຕິທຳ, ທະບຽນສານ, ການປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງ, 3 ຫຼັກສູດ, ຫຼັກສູດບຳລຸງດ້ານທັກສະ, ພ້ອມກັບ 10 ຕຳລາສອນ, ເອກະສານບຳລຸງສ້າງ 3 ຊຸດ ແລະ ສຳເນົາເອກະສານຕົວຈິງ 100 ຊຸດ. ມີພະນັກງານ, ຄູສອນ ແລະ ສຳມະນາກອນລາວ ນັບຮ້ອຍຄົນໄດ້ຮັບການບຳລຸງສ້າງຢູ່ ຫວຽດນາມ.
ການກຳນົດທິດທາງຮ່ວມມືໃນໄລຍະ 2025 – 2030: ເປີດກວ້າງ - ເລິກເຊິ່ງ - ມີປະສິດທິຜົນ
ກ້າວເຂົ້າສູ່ໄລຍະໃໝ່, ທາງສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳແຫ່ງຊາດ ລາວ ໄດ້ພ້ອມກັນເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື (MOU) ໃນໄລຍະ 2025 – 2030, ສ້າງຂີດໝາຍບາດກ້າວພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງສອງຮາກຖານບຳລຸງສ້າງດ້ານກົດໝາຍແຖວໜ້າຂອງສອງປະເທດ. ຕາມເນື້ອໃນບົດບັນທຶກ, ສອງຝ່າຍໄດ້ເຫັນດີເປັນເອກະພາບປະຕິບັດການຮ່ວມມືບົນຈິດໃຈເຄົາລົບນັບຖື, ມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະຕິບັດຖືກຕ້ອງຕາມກົດໝາຍ ແລະ ສອດຄ່ອງກັບສົນທິສັນຍາສາກົນເຊິ່ງ ຫວຽດນາມ ແລະ ລາວ ພ້ອມກັນເປັນສະມາຊິກ. ໃນໄລຍະ 5 ປີຈະມາເຖິງ, ສອງສະຖາບັນຈະເພີ່ມທະວີການແລກປ່ຽນບົດຮຽນປະສົບການ ແລະ ຍົກສູງຄວາມສາມາດຂອງຖັນແຖວພະນັກງານ, ຄູອາຈານ, ມຸ່ງໄປເຖິງການຍົກສູງຄຸນນະພາບການບຳລຸງສ້າງບັນດາຕຳແໜ່ງຍຸຕິທຳ. ສອງຝ່າຍຈະຈັດຕັ້ງບັນດາຄະນະປະຕິບັດງານ, ຈັດການໂອ້ລົມສົນທະນາ, ກອງປະຊຸມສຳມະນາ, ຊຸດຝືກອົບຮົບຫົວເລື່ອງສະເພາະ, ພ້ອມທັງແລກປ່ຽນເອກະສານຄົ້ນຄວ້າ, ສິດສອນ, ເອກະສານກົດໝາຍ ແລະ ບັນດາບົດຂຽນວິທະຍາສາດຮັບໃຊ້ວຽກງານບຳລຸງສ້າງ. ທ່ານ ຫງວຽນຊວັນທູ ຜູ້ອຳນວຍການສະຖາບັນຍຸຕິທຳ ຫວຽດນາມ ແບ່ງປັນວ່າ:
ຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື, ເປັນຂີດໝາຍບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງສອງສະຖາບັນ. ຂ້າພະເຈົ້າຖືວ່າ ພາຍຫຼັງພິທີລົງນາມນີ້, ການເຄື່ອນໄຫວຮ່ວມມືຂອງພວກເຮົາຈະກ້າວເຂົ້າສູ່ໄລຍະໃໝ່ - ຊື່ເອີ້ນ, ໜ້າທີ່ອາດຈະຄືເກົ່າ ແຕ່ຄຸນນະພາບຈະໄດ້ຮັບການຍົກສູງຂຶ້ນ. ຂ້າພະເຈົ້າຮູ້ສຶກປະຕິຊົມຊືນເມື່ອຮູ້ວ່າ ໃນໄລຍະຈະມາເຖິງ, ສອງສະຖາບັນຈະຜັນຂະຫຍາຍບັນດາໂຄງການຮ່ວມມືໃໝ່ຕື່ມອີກ, ໃນນັ້ນອາດຈະມີໂຄງການ ODA. ໜ້າທີ່ຂອງພວກເຮົາບໍ່ພຽງແຕ່ສືບທອດບັນດາໝາຜົນທີ່ບັນລຸໄດ້ໃນໄລຍະກ່ອນເທົ່ານັ້ນ, ຫາກຍັງເປີດກວ້າງໄປຍັງບັນດາຂົງເຂດໃໝ່ໃນຂອບເຂດບົດບັນທຶກຊ່ວຍຈຳອີກດ້ວຍ.
23 ປີແຫ່ງການຮ່ວມມື - ວິວັດການເສີມສ້າງຄວາມຮູ້ ແລະ ໄມຕີຈິດມິດຕະພາບ. ຄວາມສະໜິດຕິດພັນລະຫວ່າງສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳແຫ່ງຊາດ ລາວ ບໍ່ພຽງແຕ່ສະແດງໃຫ້ເຫັນນ້ຳໃຈສາມັກຄີແບບພິເສດລະຫວ່າງສອງຂະແໜງຍຸຕິທຳເທົ່ານັ້ນ, ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວາຂອງສາຍພົວພັນສັດຊື່ບໍລິສຸດລະຫວ່າງສອງຊາດ ຫວຽດນາມ - ລາວ. ດ້ວຍບົດບັນທຶກການຮ່ວມມືໄລຍະ 2025 – 2030, ສອງສະຖາບັນຈະສືບຕໍ່ພ້ອມກັນເພີ່ມພູນຄູນສ້າງພື້ນຖານອັນໝັ້ນແກ່ນໃຫ້ຖັນແຖວພະນັກງານຍຸຕິທຳ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະ ປບປຸງລະບອບລະບຽບການກົດໝາຍຂອງສອງປະເທດໃຫ້ສົມບູນແບບ.







