• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ສັງ​ຄົມຕ້ອງ​ຢູ່​ໃນ​ການ​ຄວບ​ຄຸມ​ພັດ​ທະ​ນາ​ສັງ​ຄົມ​ແບບ​ຍືນ​ຍົ​ງ​

ຢູ່ກອງປະຊຸມ, ກົມການເມືອງໄດ້ຢັ້ງຢືນວ່າການສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍປະສິດທິຜົນນະໂຍບາຍສັງຄົມແມ່ນໜ້າທີ່ຍຸດທະສາດ ແລະ ປະຈຳຂອງພັກ, ລັດ ແລະ ທົ່ວລະບົບການເມືອງ ແລະ ສັງຄົມ, ປະກອບສ່ວນຮັບປະກັນການກຳນົດທິດສັງຄົມນິຍົມ.
ກອງປະຊຸມກົມການເມືອງ (ພາບ: TTXVN)

ຕອນເຊົ້າວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງ, ຄະນະເລຂາປະກອບຄຳເຫັນກ່ຽວກັບແຜນຮ່າງສະຫຼຸບ 10 ປີແຫ່ງວັນປະຕິບັດມະຕິເລກທີ 15 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XI “ບາງບັນຫາກ່ຽວກັບນະໂຍາບາຍສັງຄົມໄລຍະ 2012 - 2020”.

ຢູ່ກອງປະຊຸມ, ກົມການເມືອງໄດ້ຢັ້ງຢືນວ່າການສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍປະສິດທິຜົນນະໂຍບາຍສັງຄົມແມ່ນໜ້າທີ່ຍຸດທະສາດ ແລະ ປະຈຳຂອງພັກ, ລັດ ແລະ ທົ່ວລະບົບການເມືອງ ແລະ ສັງຄົມ, ປະກອບສ່ວນຮັບປະກັນການກຳນົດທິດສັງຄົມນິຍົມ, ປະຕິບັດການເຕີບໂຕເສດຖະກິດໄປຄຽງຄູ່ກັບຄວາມກ້າວໜ້າຍຸຕິທຳສັງຄົມ. ການສ້າງ ແລະ ປະຕິບັດນະໂຍບາຍສັງຄົມຕ້ອງຢູ່ໃນການ ຄຸມຄອງລວມພັດທະນາສັງຄົມແບບຍືນຍົງ, ແກ້ໄຂບັນດາການພົວພັນສັງຄົມແບບກົມກຽວ, ຮັບປະກັນລັກສະນະຍືນຍົງໃນບັນດານະໂຍບາຍສັງຄົມ ເປັນຕົ້ນແມ່ນສະຫວັດດີການສັງຄົມ, ໝັ້ນຄົງສັງຄົມ ແລະ ມະນຸຸດ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top