• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຢ້ຽມ​ຢາມ​ຫວຽດ​ນາມ ທາງ​ລັດ​ຖະ​ກິດ ຂອງ​ກະ​ສັດ ແລະ ພະ​ມະ​ເຫ​ສີ ແບນ​ຊິກ ມີ​ຄວາມ​ໝາຍ​ແບບ​ພິ​ເສດ

ກະສັດ ແລະ ພະມະເຫສີ ແບນຊິກ ຈະໄປຢ້ຽມຢາມ ຫວຽດນາມ ທາງລັດຖະກິດແຕ່ວັນທີ 31 ມີນາ ຫາວັນທີ 4 ເມສາ.
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ກະສັດ ແລະ ພະມະເຫສີ ແບນຊິກ ຈະໄປຢ້ຽມຢາມ ຫວຽດນາມ ທາງລັດຖະກິດແຕ່ວັນທີ 31 ມີນາ ຫາວັນທີ 4 ເມສາ. ເມື່ອຕອບສຳພາດຕໍ່ນັກຂ່າວກ່ອນດຳເນີນການຢ້ຽມຢາມຄັ້ງນີ້, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ການຢ້ຽມຢາມດັ່ງກ່າວມີຄວາມໝາຍສຳຄັນ, ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດ ພາຍຫຼັງກວ່າ 50ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2025), ພິເສດ ໃນສະພາບການ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່.

ການຢ້ຽມຢາມ ໄດ້ຢັ້ງຢືນຄວາມປາດຖະໜາ, ຄວາມຕັດສິນໃຈຂອງສອງຝ່າຍ ເພື່ອແນໃສ່ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ນການເມືອງ, ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ. ຄາດວ່າ, ພາກສ່ວນຮ່ວມເດີນທາງພ້ອມກັບກະສັດ ແລະ ພະມະເຫສີ ແບນຊິກ ໃນການຢ້ຽມຢາມຄັ້ງນີ້ ມີ CEO  34 ຄົນຂອງກຸ່ມບໍລິສັດ, ວິສາຫະກິດໃຫຍ່ແຖວໜ້າຂອງແບນຊິກ ແລະ ສະຫະພາບເອີຣົບ ໃນຂົງເຂດການບໍລິການພະລາທິການ, ທ່າກ່ຳປັ່ນທະເລ, ຫັນປ່ຽນພະລັງງານ, ສາທາລະນະສຸກ, ສະບຽງອາຫານ… ແລະ ການນຳຂອງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ 16 ແຫ່ງແຖວໜ້າຂອງ ແບນຊິກ.

(ແຫຼ່ງຄັດຈາກ VOV)

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top