ວັນທີ 18 ພຶດສະພາ, ທ່ານ Donald Trump ປະທານາທິບໍ ອາເມລິກາ ໃຫ້ຮູ້ວ່າ ໄດ້ຍົກເລີກແຜນການບຸກໂຈມຕີດ້ານການທະຫານເລັ່ງໃສ່ອີຣານ ເຊິ່ງຄາດວ່າຈະດຳເນີນໃນວັນທີ 19 ພຶດສະພາ. ໃນບົດຂຽນທີ່ລົງທາງສື່ສັງຄົມອອນໄລ Truth Social, ທ່ານ Donald Trump ປະທານາທິບໍ ອາເມລິກາ ໃຫ້ຮູ້ວ່າ ທ່ານ Sheikh Tamim bin Hamad Al Thani ມະຫາກະສັດກາຕາ, ທ່ານ Mohammed bin Salma ມົງກຸດລາຊະກຸມມານ ອາຣັບບິ ຊາອຸດິ ແລະ ທ່ານ Mohamed bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ ໄດ້ສະເໜີອາເມລິກາ “ໂຈະຊົ່ວຄາວການບຸກໂຈມຕີດ້ານການທະຫານ ທີ່ໄດ້ຂຶ້ນແຜນການແລ້ວ” ຍ້ອນວ່າການບັນດາເຈລະຈາທີ່ເຂັ້ມງວດ ພວມໄດ້ດຳເນີນໄປໃນປັດຈຸບັນ. ຕາມທ່ານ ແລ້ວ, ບັນດາການນຳເຂດອ່າວເຊື່ອໝັ້ນວ່າ ຂໍ້ຕົກລົງ “ເປັນໜ້າຍອມຮັບໄດ້” ສຳລັບອາເມລິກາ, ບັນດາປະເທດພາກພື້ນຕາເວັນອອກກາງ ແລະ ປະຊາຄົມສາກົນ ອາດສາມາດບັນລຸໄດ້ໂດຍໄວ. ທ່ານເນັ້ນໜັກວ່າ ຂໍ້ຕົກລົງສະບັບນີ້ ລວມມີເງື່ອນໄຂ “ອີຣານ ບໍ່ໄດ້ກຳມະສິດອາວຸດນິວເຄຼຍ”.
ແລະກໍ່ໃນວັນດຽວກັນ, ທ່ານ Esmail Baghaei ໂຄສົກກະຊວງການຕ່າງປະເທດ ອີຮານ ຢັ້ງຢືນວ່າ ວິວັດການເຈລະຈາ ຍັງສືບຕໍ່ດຳເນີນ. ທ່ານໃຫ້ຮູ້ວ່າ ອີຣານ ໄດ້ມີຄຳຕອບຕໍ່ຂໍ້ສະເໜີຫຼ້າສຸດຂອງ ອາເມລິກາ ແລະ ສົ່ງໄປຍັງວໍຊິງຕັນ ບັນດາຄວາມວິຕົກກັງວົນຂອງ ເຕເຮຣານ ກ່ຽວຂ້ອງເຖິງບັນດາຂໍ້ມາດຕາຂອງຂໍ້ຕົກລົງ.







