• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ: ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ລີ​ບັງ ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຖືກ​ຍົກ​ເລີກ

ກອງທັບ ອິດສະຣາແອັນ ດຳເນີນບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ ລີບັງ ຢ່າງດຸເດືອດ ແລະ ລຽນຕິດ ດ້ວຍຄຳກ່າວຫາວ່າ ກຳລັງ ເຮັກໂບລາ ລ່ວງລະເມີດຄຳສັ່ງຢຸດຍິງ.
ປະຊາຊົນ ລີບັງ ດີໃຈເມື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງໃນວັນທີ 27 ພະຈິກ (ພາບ: New York Times)

ຄຳສັ່ງຢຸດຍິງ ຫາກໍ່ມີຜົນສັກສິດໃນວັນທີ 27 ພະຈິກຜ່ານມາ ຢູ່ ລີບັງ, ແຕ່ປັດຈຸບັນພວມປະເຊີນໜ້າກັບຄວາມສ່ຽງຖືກຍົກເລີກ, ໃນຂະນະທີ່ກອງທັບ ອິດສະຣາແອັນ ດຳເນີນບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ ລີບັງ ຢ່າງດຸເດືອດ ແລະ ລຽນຕິດ ດ້ວຍຄຳກ່າວຫາວ່າ ກຳລັງ ເຮັກໂບລາ ລ່ວງລະເມີດຄຳສັ່ງຢຸດຍິງ. ໃນແຈ້ງການທີ່ອອກໃນຄ່ຳຄືນວັນທີ 2 ທັນວາ ຂອງກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ ກອງທັບອາກາດປະເທດນີ້ ໄດ້ດຳເນີນຫຼາຍບັ້ນບຸກໂຈມຕີເຂົ້າ ລີບັງ, ເພື່ອແນໃສ່ບັນດາສະມາຊິກ, ຖານຍິງລູກສອນໄຟ ແລະ ຮາກຖານຂອງຂະບວນການເຮັກໂບລາ. ແຈ້ງການຂອງ IDF ຊີ້ແຈ້ງວ່າ, ບັນດາບັ້ນບຸກໂຈມຕີແມ່ນ ໂຕ້ຕອບຄືນເລື່ອງ ເຮັກໂບລາ ຍິງປືນໃຫຍ່ 2 ລູກເຂົ້າກອງທັບ ອິດສະຣາແອັນ ຢູ່ເຂດຈອມພູ Dov, ຕິດກັບຊາຍແດນ ລີບັງ ໃນຕອນຄ່ຳຂອງວັນດຽວກັນ.

ມີນັກວິເຄາະຫຼາຍຄົນໃນພາກພື້ນ ມີຄວາມວິຕົກກັງວົນວ່າ ຂໍ້ຕົກລົງຢຸດຕິສົງຄາມມີຄວາມສ່ຽງຖືກຍົກເລີກ ແລະ ການປະທະກັນຢ່າງດຸເດືອດຈະເກີດຂຶ້ນຄືນໃໝ່.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top