ຂ່າວສານ
ການປະທະກັນຢູ່ ຕາເວັນອອກກາງ: ປະຊາຄົມໂລກຮຽກຮ້ອງບັນດາຝ່າຍ “ລະງັບໃຈຢ່າງສຸດຂີດ”
ໃນວາລະປະຊຸມວິສາມັນກ່ຽວກັບສະພາບການ ອີຣານ ຖືກຈັດຂຶ້ນຕາມຄຳຮຽກຮ້ອງຈາກ ລັດເຊຍ ແລະ ອີຣານ, ທ່ານ Rafael Grossi ໃຫ້ຮູ້ວ່າ ໄລ່ມາຮອດປັດຈຸບັນ, ອົງການ IAEA ຍັງບໍ່ທັນຮັບຮູ້ມີສັນຍານໃດສະແດງໃຫ້ເຫັນວ່າ ມີຮາກຖານນິວເຄຼຍໃດຢູ່ ອີຣານ ຖືເປເພ ຫຼື ຖືກບຸກໂຈມຕີ.
ກໍໃນວັນດຽວກັນ, ເມື່ອກ່າວຄຳເຫັນຕໍ່ໜັງສືພິມ The Telegraph, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖືວ່າ ປັດຈຸບັນ ການນຳ ອີຣານ “ຢາກບັນລຸໄດ້ຂໍ້ຕົກລົງຢ່າງແທ້ຈິງ” ກັບ ວໍຊິງຕັນ ໃນສະພາບການບຸກໂຈມຕີພວມດຳເນີນໄປ. ທ່ານ Trump ໃຫ້ຮູ້ວ່າ ອາເມລິກາ ຄາດວ່າ ບັ້ນຮົບເລັ່ງໃສ່ການນຳ ອີຣານ ຈຳນວນໜຶ່ງ ອາດຈະແກ່ຍາວແຕ່ 2 – 3 ອາທິດ ແລະ ບາງເທື່ອຈະຜັນຂະຫຍາຍກຳລັງທະຫານລາດໄປຍັງປະເທດນີ້.
ກໍໃນວັນທີ 2 ມີນາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ ຮຽກຮ້ອງໃຫ້ຫຼຸດຄວາມເຄັ່ງຕຶງໂດຍດ່ວນ ເພື່ອແນໃສ່ສະກັດກັ້ນການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ກັບ ອີຣານ ບໍ່ໃຫ້ແຜ່ລາມອອກສູ່ທົ່ວພາກພື້ນ ຕາເວັນອອກກາງ. ໃນຂະນະນັ້ນ, ທ່ານ Jean-Noel Barrot ລັດຖະມົນຕີການຕ່າງປະເທດ ຝລັ່ງ ຖະແຫຼງວ່າ ປະເທດນີ້ “ພ້ອມແລ້ວ” ທີ່ຈະປົກປ້ອງບັນດາປະເທດເຂດອ່າວ ແລະ ຈໍແດນ, ຕ້ານຄືນ ອີຣານ ຖ້າມີຄວາມຈຳເປັນ. ກໍໃນວັນດຽວກັນ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ມີການສົນທະນາກັບບັນດາການນຳ ອາຣັບ ກ່ຽວກັບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ຕາເວັນອອກກາງ, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງແກ້ໄຂສະພາບການຜ່ານບັນດາມາດຕະການທາງການທູດ.









