• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ຢູ່ ກາ​ຊາ: ອິດ​ສະ​ຣາ​ແອັນ ເຫັນ​ດີ​ຢຸດ​ຍິງ​ມະ​ນຸດ​ສະ​ທຳ​ຢູ່​ເຂດ ກາ​ຊາ

ອິດສະຣາແອັນ ໄດ້ເຫັນດີຢຸດຕິການເຄື່ອນໄຫວການທະຫານ 4 ຊົ່ວໂມງ ຕໍ່ມື້ ຢູ່ພາກເໜືອເຂດ ກາຊາ ເພື່ອອະນຸຍາດໃຫ້ປະຊາຊົນຢູ່ເຂດດັ່ງກ່າວ ຍົກຍ້າຍອອກຈາກເຂດເກີດສົງຄາມລະຫວ່າງ ອິດສະຣາແອັນ ກັບຂະບວນການ ຮາມາດ.
ທະຫານ ອິດສະຣາແອັນ ຜັນຂະຫຍາຍບັ້ນບຸກໂຈມຕີຢູ່ພາກເໜືອເຂດ ກາຊາ ໃນວັນທີ 8 ພະຈິກ (ພາບ: AFP/TTXVN)

ວັນທີ 9 ພະຈິກ, ອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ເຫັນດີຢຸດຕິການເຄື່ອນໄຫວການທະຫານ 4 ຊົ່ວໂມງ ຕໍ່ມື້ ຢູ່ພາກເໜືອເຂດ ກາຊາ ເພື່ອອະນຸຍາດໃຫ້ປະຊາຊົນຢູ່ເຂດດັ່ງກ່າວ ຍົກຍ້າຍອອກຈາກເຂດເກີດສົງຄາມລະຫວ່າງ ອິດສະຣາແອັນ ກັບຂະບວນການ ຮາມາດ.

ຂໍ້ມູນດັ່ງກ່າວ ໂດຍໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ທ່ານ John Kirby ຢັ້ງຢືນ ແລະ ໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ໃຫ້ຄຳໝັ້ນສັນຍາ ຈະແຈ້ງກ່ອນຈຸດເວລາເລີ່ມຢຸດຍິງ 3 ຊົ່ວໂມງ, ພ້ອມທັງຈະເປີດແລວທີ 2 ໃຫ້ສາມັນຊົນ ລົບໜີອອກຈາກເຂດໃຈກາງຂອງບັ້ນຮົບການທະຫານຕ້ານຄືນ ຮາມາດ.

ໃນຂະນະນັ້ນ, ປະຊາຄົມສາກົນສືບຕໍ່ກ່າວເຕືອນກ່ຽວກັບວິນາດຕະກຳມະນຸດສະທຳຢູ່ເຂດກາຊາ.

(ແຫຼ່ງຄັດຈາກ VOV)

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ທ່ານ​ເຈິ່ນ​ເກ​ິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາ​ງ​ພັກ ແລະ ບັນ​ດາ​ຜູ້​ແທນ​ໄດ້​ຖະ​ຫວາຍ​ດອກ​ໄມ້, ຈຸດ​ທູດ​ທຽນ ແລະ ໄຫວ້​ອາ​ໄວ​ຕໍ່​ວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ.

Top