ເນື່ອງໃນໂອກາດສະເຫຼີມສະຫຼອງ 136 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2026), ຕອນເຊົ້າວັນທີ 19 ພຶດສະພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ໄດ້ວາງພວງມາລາ ເຂົ້າສຸສານໄຫ້ວອາໄລ ປະທານໂຮຈີມິນ ແລະ ຖະຫວາຍທູບທຽນ, ອາໄລຫາບັນດານັກຮົບວິລະຊົນ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວາລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ (ຖະໜົນບັກເຊີນ, ຮ່າໂນ້ຍ). ເຂົ້າຮ່ວມພິທີໄຫ້ວອາໄລມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ; ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ, ທ່ານ ເຈິ່ນເກິມຕູ້ ຜູ້ປະຈຳການຄະນະເລຂາ… ແລະ ການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ. ຕໍ່ໜ້າວິນຍານຂອງປະທານໂຮ່ຈີມິນ, ການນຳພັກ, ລັດໝັ້ນໝາຍຈະເດີນຕາມເສັ້ນທາງປະຕິວັດ ໂດຍປະທານໂຮ່ຈີມິນ ວາງອອກ ແລະ ໃນບໍ່ວ່າສະພາບການໃດ. ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ເປົ້າໝາຍເອກະລາດຊົນຊາດ ຕິດພັນກັບລັດທິສັງຄົມນິຍົມ, ໝູນໃຊ້ ແລະ ພັດທະນາລັດທິ Marx – Lenin, ແນວຄິດໂຮ່ຈີມິນຢ່າງມີປະດິດຄິດສ້າງ, ຍົກສູງຄວາມສາມາດໃນການຊີ້ນຳນຳພາ, ກຳລັງແຮງຕໍ່ສູ້ຢ່າງບໍ່ຢຸດຢັ້ງເພື່ອປະຕິບັດພາລະກິດປ່ຽນແປງໃໝ່ຮອບດ້ານ ແລະ ຄົບຊຸດຢ່າງມີໄຊ.







