• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ອວຍ​ພອນ​ວັນ​ຊາ​ດ​ລາວ

ວັນທີ 30 ພະຈິກ, ທ່ານຟານວັນມ໊າຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ນຳໜ້າຄະນະຜູ້ແທນນະຄອນໂຮ່ຈີມິນ ໄປຢ້ຽມຢາມ ແລະ ອວຍພອນວັນຊາດ ລາວ ຄົບຮອບ 47 ປີ (2/12/1975 – 2/12-2022) ຢູ່ສະຖານກົງສູນໃຫຍ່ ສປປ.ລາວ ປະຈຳ ນະຄອນໂຮ່ຈີມິນ .
  ທ່ານຟານວັນມ໊າຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄປຢ້ຽມຢາມ ແລະ ອວຍພອນວັນຊາດ ລາວ ຄົບຮອບ 47 ປີຢູ່ສະຖານກົງສູນໃຫຍ່ ສປປ.ລາວ ປະຈຳ ນະຄອນໂຮ່ຈີມິນ (ພາບ: TTXVN)  

ນະທີ່ນີ້, ການນຳນະຄອນ ໂຮ່ຈີມິນ ໄດ້ຢັ້ງຢືນວ່ານະຄອນສືບຕໍ່ຍູ້ແຮງການເຄື່ອນໄຫວຕ່າງໆເພື່ອເພີ່ມທະວີການພົວພັນໃຫ້ເລິກເຊິ່ງ, ສະໜິດຕິດພັນ ກັບບັນດາທ້ອງຖິ່ນຂອງລາວ, ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ.

ສ່ວນທ່ານນາງພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ ສປປ.ລາວ ປະຈຳນະຄອນໂຮ່ຈີມິນ, ກໍ່ສະແດງຄວາມຂອບອົກຂອບໃຈມາຍັງການນຳນະຄອນ ໂຮ່ຈີມິນ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ປະຊາຄົມຊາວລາວ ທີ່ກຳລັງດຳລົງຊີວິດ, ເຮັດວຽກຢູ່ທ້ອງຖິ່ນ. ທ່ານນາງ ພິມພາ ແກ້ວມີໄຊ ກໍ່ຢັ້ງຢືນວ່າ ຈະສົມທົບກັບນະຄອນໂຮ່ຈີມິນ ຍູ້ແຮງການເຄື່ອນໄຫວພົວພັນຕ່າງປະເທດ, ການຮ່ວມມື, ການແລກປ່ຽນໃນທຸກຂົງເຂດໃຫ້ຫຼາຍກ່ວາເກົ່າ, ຕັ້ງໜ້າຖະໜຸຖະໜອມ ແລະ ເພີ່ມພູນຄູນສ້າງ ໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top