• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ທູດ​ຫວຽດ​ນາມ ເພື່ອ​ພາ​ລະ​ກິດ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ພາຍ​ໃຕ້​ແສງ​ສະ​ຫວ່າງ​ຂອງ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ

ການພົວພັນ ລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ໄດ້ມີການພັດທະນາຢ່າງແຮງ ຕາມທິດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສົມທົບຜົນປະໂຫຍດ, ເປັນຕົ້ນແມ່ນກັບປະເທດບ້ານໃກ້ເຮືອນຄຽງ, ເພື່ອນມິດທີ່ມາແຕ່ດົນນານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ  (ພາບ: baoquote.vn)

ເນື່ອງໃນໂອກາດຕ້ອນຮັບປີໃໝ່ສາກົນ 2022, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມີບົດຂຽນ ຫວນຄືນ 1 ປີຜ່ານມາ ຂອງການທູດ ຫວຽດນາມ ທີ່ໄດ້ເອົາລົງໃນສື່ມວນຊົນສະບັບອອກໃນວັນທີ 1 ມັງກອນ ປີ 2022 ໂດຍຢັ້ງຢືນວ່າ ໃນ 1 ປີຜ່ານມາ ການທູດ ສືບຕໍ່ປະກອບສ່ວນເຂົ້າໃນການໂຄສະນາອອກໄປສູ່ໂລກຢ່າງແຮງກ່ຽວກັບ ພາບພົດຂອງ ຫວຽດນາມ ທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ມີການປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ມີປະດິດຄິດສ້າງ, ເຕັມໄປດ້ວຍສີສັນ ແລະ ມູນເຊື້ອ, ແມ່ນເພື່ອນມິດ ທີ່ສັດຊື່ບໍລິສຸດ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ ເພື່ອນມິດສາກົນ. ການທູດໄດ້ຊອກຫາຫຼາຍມາດຕະການເພື່ອຜັນຂະຫຍາຍການເຄື່ອນໄຫວຢ່າງກ້ວາງຂວາງໃນທຸກວຽກງານການທູດສອງຝ່າຍ, ຫຼາຍຝ່າຍ, ດ້ານການເມືອງ, ຊາຍແດນຜືນແຜ່ນດິນ, ການທູດເສດຖະກິດ, ການທູດສາທາລະນະສຸກ, ວັກຊິນ, ຂົນຂວາຍ ແລະ ຍາດແຍ່ງໄດ້ການສະໜັບສະໜູນຂອງປະຊາຄົມສາກົນ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງທັນການ ກ່ຽວກັບວັກຊິນ, ຜະລິດຕະພັນການຢາ, ວັດຖຸອຸປະກອນການແພດ, ແຫຼ່ງກຳລັງຮັບໃຊ້ການປິ່ນປົວ, ປ້ອງກັນ, ຕ້ານ ແລະ ຮັບມືກັບໂລກລະບາດໂຄວິດ - 19 ຢ່າງປອດໄພ. ການພົວພັນ ລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ໄດ້ມີການພັດທະນາຢ່າງແຮງ ຕາມທິດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສົມທົບຜົນປະໂຫຍດ, ເປັນຕົ້ນແມ່ນກັບປະເທດບ້ານໃກ້ເຮືອນຄຽງ, ເພື່ອນມິດທີ່ມາແຕ່ດົນນານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ. ໃນຫຼາຍຝ່າຍ, ຫວຽດນາມ ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວ, ເຫດການຫຼາຍຝ່າຍພົ້ນເດັ່ນຂອງພາກພື້ນ ແລະ ໂລກ, ປະກອບສ່ວນຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງປະຊາຄົມສາກົນ.
(ແຫຼ່ງຄັດຈາກ VOV)

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ 2 ປະເທດສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບການຄ້າມະນຸດ, ອາດຊະຍາກຳກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

Top