• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິ​ດ​ຂັ້ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ - ສ.ເກົາຫຼີ ຄັ້ງທີ 2

ຕອນບ່າຍວັນທີ 10 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ແລະ ຄູ່ຕຳແໜ່ງ ສ.ເກົາຫຼີ Choo Kyung Ho ເປັນປະທານຮ່ວມການໂອ້ລົມສົນທະນາກ່ຽວກັບການຮ່ວມມືເສດຖະກິດຂັ້ນຮອງນາຍົກລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 2.
  ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ແລະ ຄູ່ຕຳແໜ່ງ ສ.ເກົາຫຼີ Choo Kyung Ho   

ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ເນັ້ນໜັກວ່າ ການໂອ້ລົມສົນທິນາ ເພື່ອແນໃສ່ຊ່ວຍກຳນົດທິດ ແລະ ເປີດກວ້າງ, ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ. ບັນຫາຕ່າງໆທີ່ໄດ້ນຳມາປຶກສາຫາລືໃນການໂອ້ລົມສົນທະນາ ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງເພື່ອໃຫ້ສອງຝ່າຍສົມທົບກັນ, ຜັນຂະຫຍາຍເນື້ອໃນຮ່ວມມືທາງດ້ານເສດຖະກິດໃຫ້ມີປະສິດທິຜົນ, ເພື່ອຄວາມວັດທະນາຖາວອນລວມຂອງສອງຊາດ ຫວຽດນາມ ແລະ ສ.ເກົາຫຼີ.

ສ່ວນທ່ານຮອງນາຍົກລັດຖະມົນຕີ ສ.ເກົາຫຼີ Choo Kyungho ຊີ້ແຈ້ງວ່າ ລັດຖະບານ ສ.ເກົາຫຼີ ຈະຊ່ວຍວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດ: ສ້າງພື້ນຖານໂຄງລ່າງທີ່ເປັນມິດກັບສິ່ງແວດລ້ອມ; ພັດທະນາພະລັງງານສະອາດ; ການເງິນ; ກະສິກຳ; ສາທາລະນະສຸກ; ເຕັກນິກດີຈີຕອນ ແລະ ວັດທະນະທຳ… ທ່ານຮອງນາຍົກລັດຖະມົນຕີ Choo Kyungho ຖືວ່າ: ຫວຽດນາມ ໄດ້ກາຍເປັນສູນຜະລິດທົ່ວໂລກ ດ້ວຍສະພາບແວດລ້ອມລົງທຶນຢ່າງສະດວກ ແລະ ກຳລັງແຮງງານໜຸ່ມທີ່ເປັນຈຳນວນຫຼວງຫຼາຍ, ອີກຄັ້ງໜຶ່ງ, ທ່ານຮອງນາຍົກລັດຖະມົນຕີ Choo Kyungho ໄດ້ຢັ້ງຢືນວ່າ ສ.ເກົາຫຼີ ປາດຖະໜາຢາກຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນສະພາບການໂລກພວມມີການຜັນປ່ຽນຢ່າງໃຫຍ່ຫຼວງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top