• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມທາງອອນລາຍລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ - ອິນເດຍ

ລັດຖະມົນຕີກະຊວງປ້ອງກັນປະເທດທັງ 2 ທ່ານໄດ້ເປັນເອກະພາບກັນ ຄວນເພີ່ມທະວີການພົບປະ, ແລກປ່ຽນຂັ້ນສູງ ແລະ ທຸກຂັ້ນເພື່ອຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ໄດ້ຮັບການສ້າງຕັ້ງ ແລະ ບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວຢ່າງຄົບຖ້ວນ.
ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມທີ່ການໂອ້ລົມທາງອອນລາຍ. (ພາບ: TTXVN)

ຕອນບ່າຍວັນທີ 01 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໂອ້ລົມທາງອອນລາຍກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ Shri Rajnath Singh.

        ທີ່ການໂອ້ລົມ, 2 ຝ່າຍໄດ້ຕີລາຄາວ່າ ນັບແຕ່ປີ 2020 ມາຮອດປະຈຸບັນ, ຍ້ອນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງແຜນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດ. ສະນັ້ນ, ໃນໄລຍະຈະມາເຖິງ ລັດຖະມົນຕີກະຊວງປ້ອງກັນປະເທດທັງ 2 ທ່ານໄດ້ເປັນເອກະພາບກັນ ຄວນເພີ່ມທະວີການພົບປະ, ແລກປ່ຽນຂັ້ນສູງ ແລະ ທຸກຂັ້ນເພື່ອຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ໄດ້ຮັບການສ້າງຕັ້ງ ແລະ ບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວຢ່າງຄົບຖ້ວນ. ໃນນັ້ນ, ສຸມໃສ່ບັນດາເນື້ອໃນຄື: ການຝຶກອົບຮົມບຳລຸງສ້າງ; ຜັນຂະຫຍາຍບັນດາບ້ວງສິນເຊື່ອ; ການຮ່ວມມືອຸດສາຫະກຳປ້ອງກັນຊາດ; ຮັກສາສັນຕິພາບສະຫະປະຊາຊາດ; ແບ່ງປັນຂໍ້ມູນ, ບົດຮຽນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ສົມທົບກັນແກ້ໄຂບັນດາບັນຫາຄວາມໝັ້ນຄົງລວມຂອງພາກພື້ນຢູ່ບັນດາເວທີປາໄສຫຼາຍຝ່າຍ…

(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top