• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງຢູ່ ອາເມລິກາ 2024: ທ່ານນາງ K. Harris ພວມມີທ່າໄດ້ປຽບຕໍ່ທ່ານ D.Trump ຢູ່ລັດທີ່ລົງຫາສຽງເລືອກຕັ້ງ Michigan ແລະ Pennsylvania

ໃນການຢັ່ງຫາງສຽງຄັ້ງຫຼ້າສຸດຂອງ UMass Lowell ແລະ YouGov ຢູ່ Michigan ຊີ້ໃຫ້ເຫັນວ່າ, ທ່ານນາງ Harris ພວມນຳໜ້າທ່ານ Trump ດ້ວຍ 5 ຄະແນນສ່ວນຮ້ອຍ (48% - 43%).
ທ່ານນາງ Kamala Harris, ຮອງປະທານາທິບໍດີ, ສັງກັດພັກປະຊາທິປະໄຕພວມມີທ່າໄດ້ປຽບຕໍ່ຄູ່ແຂ່ງຂອງພັກສາທາລະນະແມ່ນທ່ານ Donald Trump (ພາບ: AP/TTXVN)

ໃນສະພາບທີ່ຍັງເຫຼືອພຽງແຕ່ 40 ວັນກໍ່ຈະຮອດວັນເລືອກຕັ້ງຢູ່ ອາເມລິກາ (05 ພະຈິກ), ທ່ານນາງ Kamala Harris, ຮອງປະທານາທິບໍດີ, ສັງກັດພັກປະຊາທິປະໄຕພວມມີທ່າໄດ້ປຽບຕໍ່ຄູ່ແຂ່ງຂອງພັກສາທາລະນະແມ່ນທ່ານ Donald Trump, ອະດີດປະທານາທິບໍດີ ຢູ່ລັດທີ່ລົງຫາສຽງເລືອກຕັ້ງ Michigan ແລະ Pennsylvania, 1 ລັດສຳຄັນອື່ນ.

ລະອຽດແມ່ນ, ໃນການຢັ່ງຫາງສຽງຄັ້ງຫຼ້າສຸດຂອງ UMass Lowell ແລະ YouGov ຢູ່ Michigan ຊີ້ໃຫ້ເຫັນວ່າ, ທ່ານນາງ Harris ພວມນຳໜ້າທ່ານ Trump ດ້ວຍ 5 ຄະແນນສ່ວນຮ້ອຍ (48% - 43%). ສ່ວນຢູ່ Pennsylvania, ທ່ານນາງ Harris ໄດ້ຮັບການສະໜັບສະໜູນ 48%, ສ່ວນທ່ານ Trump ແມ່ນ 46%, ຜູ້ມີສິດເລືອກຕັ້ງ 4% ຍັງບໍ່ທັນຕັດສິນໃຈເທື່ອ. ຜູ້ມີສິດເລືອກຕັ້ງຢູ່ 2 ລັດດັ່ງກ່າວໃຫ້ຮູ້ວ່າ, ເຂົາເຈົ້າຈະບໍ່ປ່ຽນແປງການຕັດສິນກ່ຽວກັບເລື່ອງຈະໄປປ່ອນບັດໃນເດືອນ ພະຈິກ ຈະມາເຖິງ.

ໃນຂະນະນັ້ນ, ຜູ້ສະໝັກຮັບເລືອກຕັ້ງຮອງປະທານາທິບໍດີ 2 ທ່ານແມ່ນ ທ່ານສະມາຊິກສະພາສູງ JD Vance (ພັກສາທາລະນະ) ແລະ ທ່ານຜູ້ວ່າການລັດ Tim Walz (ພັກປະຊາທິປະໄຕ) ຈະມີການໂຕ້ວາທີໃນອະທິດຈະມາເຖິງ. ນັກຄົ້ນຄວ້າປະຫວັດສາດ Douglas Brinkley ໃຫ້ຂໍ້ສັງເກດວ່າ, ນີ້ອາດຈະແມ່ນ “ການໂຕ້ວາທີຮອງປະທານາທິບໍດີສຳຄັນທີ່ສຸດ” ໃນປະຫວັດສາດຂອງ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top