• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງປະທານາທິບໍດີຝລັ່ງ

      ຕອນທ່ຽງວັນທີ 07/05 (ຕາມເວລາຫວຽດນາມ), ຜູ້ມີສິດເລືອກຕັ້ງຝລັ່ງ ໄດ້ກ້າວເຂົ້າສູ່ການປ່ອນປັດເລືອກຕັ້ງຮອບທີ 2 ຢ່າງເປັນທາງການ
      ຕອນທ່ຽງວັນທີ 07/05 (ຕາມເວລາຫວຽດນາມ), ຜູ້ມີສິດເລືອກຕັ້ງຝລັ່ງ ໄດ້ກ້າວເຂົ້າສູ່ການປ່ອນປັດເລືອກຕັ້ງຮອບທີ 2 ຢ່າງເປັນທາງການ, ກໍ່ແມ່ນຮອບຕັດສິນຊີ້ຂາດເພື່ອຄັດເລືອກປະທານາທິບໍດີຄົນໃໝ່ນຳປະເທດຊາດໃນໄລຍະ 5 ປີຈະມາເຖິງ. 

ການປ່ອນບັດກ້າວເຂົ້າສູ່ຮອບທີ 2 ຢ່າງເປັນທາງການ
(ພາບ: AFP/TTXVN)
      ນີ້ໄດ້ຮັບຖືວ່າແມ່ນການເລືອກຕັ້ງສັບສົນທີ່ສຸດໃນປະຫວັດຊາດຂອງຝລັ່ງ ນັບແຕ່ກ່ອນມາຮອດປະຈຸບັນ ແລະ ໝາກຜົນການເລືອກຕັ້ງບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງສະພາບການພາຍໃນປະເທດຝລັ່ງ ເທົ່ານັ້ນ, ຫາກນັບທັງໃນສະຫະພາບເອີລົບອີກດ້ວຍ. ມີສະຖານທີ່ປ່ອນບັດເກືອບ 67.000 ແຫ່ງໃນທົ່ວປະເທດໄດ້ເລີ່ມເປີດປະຕູ ເພື່ອຮັບຜູ້ມີສິດເລືອກຕັ້ງກວ່າ 45 ລ້ານຄົນທີ່ມີສິດຢ່າງພຽງພໍໄປປ່ອນບັດ.
      ການເລືອກຕັ້ງປະທານາທິບໍດີຝລັ່ງ ຮອບທີ 2 ລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງພັກສາຍກາງ Emmanuel Macron ແລະ ຜູ້ອອກສະໝັກຮັບເລືອກຕັ້ງພັກຝ່າຍຂວາຈັດ ທ່ານນາງ Marine Le Pen. ບັນດາການຢັ່ງຫາງສຽງຄັ້ງລ້າສຸດໄດ້ຊີ້ໃຫ້ເຫັນວ່າ, ມີເຖິງ 59% ຈຳນວນຜູ້ມີສິດເລືອກຕັ້ງສະໜັບສະໜູນທ່ານ Macron, ໃນຂະນະທີ່ທ່ານນາງ Le Pen ຍາດໄດ້ພຽງ 41% ຈຳນວນຜູ້ສະໜັບສະໜູນກ່ອນກ້າວເຂົ້າສູ່ການເລືອກຕັ້ງຮອບທີ 2 ນີ້.
        ຄາດວ່າ, ໝາກຜົນເບື້ອງຕົ້ນຈະໄດ້ປະກາດໃນຮຸ່ງເຊົ້າວັນທີ 08/05 ແລະ ປະທານາທິບໍດີຝລັ່ງ ຄົນໃໝ່ຈະສະບານຕົວຮັບດຳລົງຕຳແໜ່ງໃນວັນທີ 14/05 ນີ້.
(ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top