• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເງິນອາດຈະກາຍເປັນເສົາຄ້ຳໃໝ່ຂອງການພົວພັນ ຫວຽດນາມ ແລະ Liechtenstein

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເນັ້ນໜັກເຖິງຄວາມໝາຍພິເສດຂອງວິວັດການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະມາຄົມການຄ້າເສລີ ເອີລົບ (EFTA)
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລ​ະ ທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein. (ພາບ: VNA)

ຕອນເຊົ້າວັນທີ 18 ຕຸລາ, ທີ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 17-19 ຕຸລາ ແລະ ເປັນປະທານຮ່ວມ ການພົບ​ປະ​ສົນ​ທະ​ນາເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ Liechtenstein ໃຫ້ຫຼາຍກວ່າເກົ່າ.

ທີ່ການພົບ​ປະ​ສົນ​ທະ​ນາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເນັ້ນໜັກເຖິງຄວາມ​ໝາຍພິເສດ ຂອງ​ວິ​ວັດ​ການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະມາຄົມການຄ້າເສລີ ເອີລົບ (EFTA) ພາຍຫຼັງ 14 ປີ ດ້ວຍ​ການ​ຈັດ​ວາງ​ລະ​ປຶ​ກ​ສາ​ຫາ​ລື 21 ​ຄັ້ງ. ການລົງນາມໃນສັນຍາຮ່ວມມືສຳຄັນສະ​ບັບນີ້ ຄາດວ່າຈະເປີດພ​າກໃໝ່ທີ່​ເຕັມ​ໄປ​ດ້ວຍແງ່ຫວັງ, ປະກອບສ່ວນຢ່າງ​ຕັ້ງ​ໜ້າເຂົ້າ​ໃນ​ຄວາມ​ວັດ​ທະ​ນະ​ທຳ​ຖາ​ວອນ​ລວມຂອງ ຫວຽດນາມ ແລະ ບັນ​ດາ​ປະເທດ EFTA.

ໂດຍເນັ້ນໜັກວ່າ ການເງິນສາມາດກາຍເປັນເສົາຄ້ຳໃໝ່ຂອງການພົວ​ພັນ​ສອງ​ຝ່າຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ສະເໜີໃຫ້ Liechtenstein ແບ່ງປັນປະສົບການໃນການສ້າງ, ຄຸ້ມຄອງກອງທຶນລົງທຶນ, ລະບົບທະນາຄານ, ການເງິນສີຂຽວ... ສົ່ງ​ເສີມ​ບັນ​ດາ​ການ​ກຳ​ນົດ​ດ້ານການເງິນ ແລະ ​ນັກ​ລົງ​ທຶນ​ເຂົ້າ​ຮ່ວມ​ສູນການເງິນສາກົນ ແລະ ຕະຫຼາດທຶນຂອງຫວຽດນາມ.

ສ່ວນທ່ານນາງ Brigitte Haas ເນັ້ນໜັກວ່າ ນີ້ແມ່ນການຢ້ຽມ​ຢາມ ຫວຽດນາມ​ຢ່າງ​ເປັນ​ທາງ​ການຄັ້ງທຳອິດຂອງລັດຖະບານ Liechtenstein, ສ້າງຂີດ​ໝາຍ​ປະ​ຫວັດສາດສຳຄັນໃນການສ້າງ ແລະ ປັບ​ປຸງ​ການ​ພົວ​ພັນພົວພັນ​ທາງ​ການ​ທູດ​ສອງ​ຝ່າຍ​ໃຫ້ແໜ້ນແຟ້ນ​ກວ່າລະຫວ່າງສອງປະເທດ. ຜ່ານນັ້ນ, ສ້າງ​ກຳ​ລັງ​ໜູນ​ໃໝ່ເພື່ອຊຸກຍູ້ການຮ່ວມມືນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ Liechtenstein ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ​ ແລະ ແທດ​ຈິງ.

ສິນ​ສຸດການ​ພົບ​ປະ​ສົນ​ທະ​ນາ, ​ກາ​ນ​ນຳສອງ​ທ່ານ ໄດ້ເປັນສັກຂີພິຍານໃນພິທີລົງນາມ ໃນສັນຍາຫຼີກລ່ຽງການເກັບພາສີຊ້ອນລະຫວ່າງ ຫວຽດນາມ ແລະ Liechtenstein.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ Liechtenstein ເຫັນດີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ ແລະ Liechtenstein ເຫັນດີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕີລາຄາວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງນາຍົກລັດຖະມົນຕີ Brigitte Haas ພ້ອມກັບການລົງນາມໃນສັນຍາສອງສະບັບ

Top