• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວໄປນະມັດສະການຍາມຕົ້ນລະດູບານໃໝ່ດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດ

ໃນ 3 ມື້ທຳອິດຂອງບຸນເຕັດ, ຢູ່ຄຸ້ມຖະໜົນເກົ່າ ໂຮ້ຍອາຍ, ແຂວງ ກວາງນາມ, ສືບຕໍ່ຕ້ອນຮັບແຂກທ່ອງທ່ຽວກວ່າ 50.000 ເທື່ອຄົນມາຢ້ຽມຢາມ.
(ແຂກທ່ອງທ່ຽວຢ້ຽມຢາມຢູ່ຄຸ້ມຖະໜົນເກົ່າ ໂຮ້ຍອາຍ)

ໃນ 3 ມື້ທຳອິດຂອງບຸນເຕັດປີມະເສັງ 2025 (ແຕ່ວັນທີ 29 – 31 ມັງກອນ), ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ (ນະຄອນ ຫວຽດຈີ, ແຂວງ ຝູທ້ໍ), ໄດ້ຕ້ອນຮັບແຂກທ່ອງທ່ຽວ ແລະ ຊາວທ້ອງຖິ່ນນັບພັນເທື່ອຄົນ ມາຖະຫວາຍດອກໄມ້, ຈູບທຽບທຽນບູຊາ, ຂໍໃຫ້ມີສຸຂະພາບແຂງແຮງ, ສະຫງົບສຸກ ແລະ ມີໂຊກມີໄຊໃນປີໃໝ່.

ແລະກໍ່ໃນ 3 ມື້ທຳອິດຂອງບຸນເຕັດ, ຢູ່ຄຸ້ມຖະໜົນເກົ່າ ໂຮ້ຍອາຍ, ແຂວງ ກວາງນາມ, ສືບຕໍ່ຕ້ອນຮັບແຂກທ່ອງທ່ຽວກວ່າ 50.000 ເທື່ອຄົນມາຢ້ຽມຢາມ. ບັນດາການເຄື່ອນໄຫວໃນໂອກາດບຸນເຕັດກໍ່ແມ່ນໂອກາດເພື່ອໂຄສະນາການດຳລົງຊີວິດ, ວັດທະນະທຳ, ຈິດໃຈຂອງ ໂຮ້ຍອານ ເຖິງແຂກທ່ອງທ່ຽວ. ທ່ານ ຕົງກວັກຮືງ, ຫົວໜ້າພະແນກວັດທະນະທຳ, ກິລາ ນະຄອນ ໂຮ້ຍອານ, ໃຫ້ຮູ້ວ່າ:

“ບັນດາການເຄື່ອນໄຫວດ້ານວັດທະນະທຳ, ສີລະປະຍາມບຸນເຕັດປີມະເສັງ ດຳເນີນໄປຢ່າງຟົດຟື້ນ, ຫຼາຍຮູບຫຼາຍແບບເມື່ອທຽບໃສ່ຊຸມປີກ່ອນ. ສານທີ່ ໂຮ້ຍອານ ຢາກສົ່ງເຖິງປະຊາຊົນ ແລະ ແຂກທ່ອງທ່ຽວໝົດທຸກຄົນນັ້ນແມ່ນ ມຸ່ງໄປເຖິງປີໃໝ່ມີຄວາມສະຫງົບສຸກ ແລະ ຈະບັນລຸຜົນງານຫຼາຍຢ່າງກວ່າບົນເສັ້ນທາງແຫ່ງການພັດທະນາ”.

ໃນຂະນະນັ້ນ, ພະແນກທ່ອງທ່ຽວແຂວງ ກວາງນິງ ໃຫ້ຮູ້ວ່າ, ໃນ 7 ມື້ຂອງບຸນເຕັດ (ແຕ່ວັນທີ 25 – 31 ມັງກອນ), ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມແຂວງບັນລຸ 552.000 ເທື່ອຄົນ, ຄາດວ່າບັນລຸລາຍຮັບກວ່າ 1.500 ຕື້ດົ່ງ (ປະມານເກືອບ 60 ລ້ານ USD), ສືບຕໍ່ຢັ້ງຢືນທີ່ຕັ້ງແມ່ນໜຶ່ງໃນບັນດາສະຖານທີ່ດູດດື່ມທີ່ສຸດໃນທົ່ວປະເທດໃນໂອກາດບຸນເຕັດ.

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5 ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ.

Top