• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວອວຍພອນວັນບຸນຄຼິດສມາດຂອງພໍ່ແມ່ຊາວຄຼິດ

ຄະນະການນຳຂອງສະພາແຫ່ງຊາດໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນນຳໜ້າ  ແລະ ຄະນະຜູ້ຕາງໜ້ານະຄອນໂຮ່ຈີມິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນບັນດາຜູ້ມີຍົດສັກຕຳແໜ່ງ, ນັກບວດ, ພໍ່ແມ່ຊາວຄຼິດ ຢູ່ເຂດຊາວຄຼິດນະຄອນໂຮ່ຈີມິນ.

(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມເຂດຊາວຄຼິດນະຄອນໂຮ່ຈີມິນ)

ເນື່ອງໃນໂອກາດວັນບຸນຄຼິດສມາດ ແລະ ປີໃໝ່ສາກົນ 2019, ຕອນເຊົ້າວັນທີ 19 ທັນວາ ຢູ່ນະຄອນໂຮ່ຈິມິນ, ຄະນະການນຳຂອງສະພາແຫ່ງຊາດໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ  ແລະ ຄະນະຜູ້ຕາງໜ້ານະຄອນໂຮ່ຈີມິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນບັນດາຜູ້ມີຍົດສັກຕຳແໜ່ງ, ນັກບວດ, ພໍ່ແມ່ຊາວຄຼິດ ຢູ່ເຂດຊາວຄຼິດນະຄອນໂຮ່ຈີມິນ; ພະຄາດີນັນ ຟ້າມມິງເໝີນ, ສັງຄະນາຍົກເຂດຊາວຄຼິດນະຄອນໂຮ່ຈີມິນ ແຕ່ປີ 1998 ຫາປີ 2014.

        ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມໃນປີ 2018 ແລະ ເນັ້ນໜັກວ່າ: ປີ 2018 ປະເທດຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງໃນທຸກດ້ານ, GDP ມີການເຕີບໂຕເປັນໜ້າປະທັບໃຈ, ຊີວິດການເປັນຢູ່ໄດ້ຮັບການຮັບປະກັນ, ທີ່ຕັ້ງຂອງຫວຽດນາມ ຢູ່ເວທີສາກົນໄດ້ຮັບການຍົກສູງຂຶ້ນ. ດ້ວຍບັນດາຜົນງານນັ້ນ, ພັກ ແລະ ລັດຕີລາຄາສູງການປະກອບສ່ວນຢ່າງໃຫຍ່ຫຼວງຂອງພໍ່ແມ່ຊາວຄຼິດໃນທົ່ວປະເທດເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ. ໃນນັ້ນມີບົດບາດຂອງຜູ້ມີຍົດສັກຕຳແໜ່ງທີ່ໄດ້ຕັ້ງໜ້າແນະນຳໃຫ້ພໍ່ແມ່ຊາວຄຼິດ, ທັງແມ່ນຊາວຄຼິດທີ່ດີ ແລະ ທັງແມ່ນພົນລະເມືອງທີ່ດີຂອງປະເທດຊາດ.

        ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປອວຍພອນວັນຄຼິດສມາດ ແລະ ປີໃໝ່ສາກົນ 2019 ຢູ່ເຂດຊາວຄຼິດ ຊວນລົກ, ດົ່ງນາຍ.

        ແລະກໍ່ໃນຕອນເຊົ້າວັນທີ 19 ທັນວາ, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີນ ເປັນຫົວໜ້າຄະນະ ໄດ້ໄປອວຍພອນເຈົ້າອາວາດ ຫງວຽນເຕິນເຕືອກ ແລະ ເຂດຊາວຄຼິດ ຝູເກື່ອງ, ແຂວງບິ່ງເຢືອງ; ບັນດາເຂດຊາວຄຼິດຢູ່ແຂວງບິ່ງເຢືອງ…

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top