• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວອວຍພອນປີໃໝ່ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍ້ອງຍໍຈິດໃຈເຮັດວຽກຂອງພະນັກງານ, ນັກວິສະວະກອນ ແລະ ພິເສດແມ່ນກຳມະກອນ 800 ຄົນທີ່ພວມເຮັດວຽກໃນຕະຫຼອດເວລາບຸນເຕັດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍ້ອງຍໍຈິດໃຈເຮັດວຽກຂອງພະນັກງານ, ນັກວິສະວະກອນ (ພາບ: TTXVN)

ຕອນເຊົ້າວັນທີ 12 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່, ລະດົມກຳລັງໃຈບັນດາພະນັກງານ, ນັກວິສະວະກອນ, ກຳມະກອນຢູ່ໂຄງການເສັ້ນທາງລົດໄຟເຂດຕົວເມືອງເລກ 3, ຕອນແຕ່ ໂຍນ - ສະຖານນີລົດໄຟ ຮ່າໂນ້ຍ.

ເມື່ອມາຢ້ຽມຢາມ, ກວດກາຄວາມຄືບໜ້າການກໍ່ສ້າງ ແລະ ອວຍພອນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍ້ອງຍໍຈິດໃຈເຮັດວຽກຂອງພະນັກງານ, ນັກວິສະວະກອນ ແລະ ພິເສດແມ່ນກຳມະກອນ 800 ຄົນທີ່ພວມເຮັດວຽກໃນຕະຫຼອດເວລາບຸນເຕັດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ນີ້ແມ່ນສິ່ງພິສູດໃຫ້ເຫັນຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກເພື່ອປະຕິບັດສຳເລັດຕາມແຜນການທີ່ໄດ້ວາງອອກ, ເພື່ອໂຄງການກາຍເປັນຄວາມເອກອ້າງທະນົງໃຈຂອງນະຄອນຫຼວງ ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາຫົວໜ່ວຍເພີ່ມຄວາມໄວ, ເຮັດທັງເວັນ ແລະ ຄືນເພື່ອທົດແທນຄືນການຊັກຊ້າໃນໄລຍະທີ່ຜ່ານມາ. ທ່ານກໍ່ສະເໜີໃຫ້ບັນດາຜູ້ຮັບເໝົາກໍ່ສ້າງຕ່າງປະເທດທີ່ໄດ້ເລືອກໃນໂຄງການນີ້, ນອກຈາກຕ້ອງຮັບປະກັນຄຸນນະພາບ, ເຕັກນິກ, ຄວາມປອດໄພໃນການອອກແຮງງານແລ້ວ, ກໍ່ຕ້ອງຍົກສູງຄຸນນະພາບແຫຼ່ງຊັບພະນາກອນມະນຸດ, ຖ່າຍທອດເຕັກໂນໂລຊີໃຫ້ແກ່ ຫວຽດນາມ.

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ໄປກວດກາສະພາບການຜັນຂະຫຍາຍ, ກໍ່ສ້າງໂຄງການສະຖານີ T3, ທ່າອາກາດສະຍານສາກົນ ເຕີນເຊີນເຍີດ, ນະຄອນ ໂຮ່ຈີມິນ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top