• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຫຼາຍຢ່າງຕອບສະໜອງເຫດການມອດໄຟ1 ຊົ່ວໂມງເພື່ອໜ່ວຍໂລກ


ການ​ເຄື່ອນ​ໄຫວ ​ມອດ​ໄຟ 1 ຊົ່ວ​ໂມງ​ຢູ່ຮ່າໂນ້ຍ
(ພາບ: ອິນເຕີແນດ)
      ການ​ເຄື່ອນ​ໄຫວ ​ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກປີ​ນີ້​ຈະ​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 19/3 ຢູ່ 63 ​ແຂວງ ​ແລະ ນະຄອນ. ດ້ວຍ​ຫົວ​ຂໍ້ “ການ​ກະທຳ​ນ້ອຍ, ​ແຕ່​ຄວາມ​ໝາຍ​ໃຫຍ່“ ການ​ມອດ​ໄຟ​ເລີ່​ມ​ແຕ່​ເວລາ 20 ​ໂມງ 30 ນາທີ - 21 ​ໂມງ 30 ນາທີ.
ຢູ່ນະຄອນ ຮ່າ​ໂນ້ຍ, ຕອນ​ຄຳ່​ວັນ​ທີ 19/3 ຈະ​ມອດ​ໄຟ​ໃນ​ເວລາ 1 ຊົ່ວ​ໂມງ​ຢູ່​ສະຖານ​ທີ່​ຕ່າງໆ​ເຊັ່ນ: ວິຫານ ງອກ​ເຊີນ - ທາດ​ຮົ່ວ - ຂົວ​ເທ​ຮຸກ, ສວນ​ອຸທິຍານ ຫຼີທ໋າຍ​ໂຕ, ​ໂຮງ​ລະຄອນ​ໃຫຍ່, ໜອງ ຈຸກ​ແບກ ​ແລະ ບັນດາ​ຖະໜົນ ຫຼີທ໋າຍ​ໂຕ, ຈ່າງ​ຕ່ຽນ…
ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 19/3, ຢູ່​ນະຄອນ ມີ​ທໍ, ​ແຂວງ ຕ່ຽນຢາງ ​ໄດ້​ປຸກລະດົມ​ວັນ​ບຸນ​ປະຢັດ​ພະລັງ​ໄຟຟ້າ​ປີ 2016. ສານ​ຂອງ​ວັນ​ບຸນ​ປີ​ນີ້​ແມ່ນ: ນຳ​ໃຊ້​ໄຟຟ້າ​ຖືກ​ເວລາ, ຖືກ​ບ່ອນ, ຖືກ​ວິທີ ​ແລະ ຖືກ​ກັບ​ຄວາມ​ຕ້ອງການ. ທ່ານ ຫງວຽນ​ເຟືອກ​ດຶກ, ຮອງ​ຜູ້ອຳນວຍການ​ໃຫຍ່ ບໍລິສັດ​ໃຫຍ່​ໄຟຟ້າ​ພາກ​ໃຕ້, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ວັນ​ບຸນ​ປະຢັດ​ພະລັງ​ໄຟຟ້າ, ​ໃຫ້​ຮູ້​ວ່າ:
“ການ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບການ​ປະຢັດ​ພະລັງ​ໄຟຟ້າ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ. ສຳລັບ​ບັນດາຄອບຄົວ, ປະຈຸ​ບັນ​ບໍ່​ນຳ​ໃຊ້​ບັນດາ​ອຸປະກອນ​ເສຍ​ພະລັງ​ໄຟຟ້າຫຼາຍ, ຫາກ​ຫັນ​ມາ​ນຳ​ໃຊ້​ບັນດາ​ອຸປະກອນ​ປະຢັດ​ໄຟຟ້າ​ເຊັ່ນ ດອກ​ໄຟ compac, ດອກ​ໄຟ led. ສ່ວນ​ບັນດາ​ວິ​ສາ​ຫະກິດກໍ່​ມີ​ຄວາມ​ມານະ​ພະຍາຍາມ​ທີ່​ສຸດ​ໃນ​ການ​ນຳ​ໃຊ້​ໄຟຟ້າ​ໃນ​ເວລາ​ທີ່​ເໝາະ​ສົມ, ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ລາຍການ​ປະຢັດ​ພະລັງ​ໄຟຟ້າ ຂອງ​ບໍລິສັດ​ໃຫຍ່​ໄຟຟ້າ“.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top