• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວບໍລິຈາກເງິນຊ່ວຍເຫລືອຜູ້ອອກແຮງງານຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19

      ຕອນເຊົ້າວັນທີ 17 ຕຸລາ ຢູ່ ນະຄອນຮ້າລອງແຂວງກວ໋າງນີງ ໄດ້ຈັດຕັ້ງການແລ່ນຕໍ່ດ້ວຍໄລຍະທາງແມ່ນກວ່າ 2000 ກິໂລແມັດ.
      ນີ້ແມ່ນການເຄື່ອນໄຫວໂດຍບໍລິສັດໃຫຍ່ ເບຍ ເຫລົ້າ ນ້ຳຫວານ ໄຊງ່ອນ SABECO ສົມທົບກັບສະຫະພັນໃຫຍ່ແຮງງານຫວຽດນາມ ຈັດຕັ້ງຂຶ້ນ ດ້ວຍເປົ້າໝາຍ ບໍລິຈາກເງິນສ້າງກອງທຶນຫນູນຊ່ວຍຜູ້ອອກແຮງງານຫວຽດນາມ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19. ມີກວ່າ 150 ຄົນຈະເຂົ້າຮ່ວມການແລ່ນຕໍ່ໃນໄລຍະທາງ 1875 ກິໂລແມັດ ຮອດນະຄອນ ໂຮ່ຈີມິນ ແລະ ຄາດວ່າຈະສິ້ນສຸດໃນວັນທີ 25 ຕຸລາ ແລະ ຫລັງຈາກນັ້ນ ແມ່ນແລ່ນໃນໄລຍະທາງ 145 ກິໂລແມັດຕື່ມອີກ ຈາກ ນະຄອນໂຮ່ຈີມີນ ຮອດນະຄອນເກີນເທີ. ທ່ານ ເຈີນແທງຫາຍ ຮອງປະທານຜູ້ປະຈຳການສະຫະພັນໃຫຍ່ແຮງງານຫວຽດນາມ ໃຫ້ຮູ້ວ່າ:
ເພື່ອສ້າງກອງທຶນຊ່ວຍເຫລືອຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ຂ້າພະເຈົ້າຫວັງວ່າ ລາຍການດັ່ງກ່າວຈະເພີ່ມກຳລັງຫນູນເພື່ອແຜ່ຂະຫຍາຍໃຫ້ກວ້າຂວາງກວ່າ, ເຊື່ອມຕໍ່ບັນດາຜູ້ໃຈບຸນໃຈກຸສົນໃຫ້ມີຄວາມສາມັກຄີກັນ ແລະ ເພີ່ມພູນຄູນສ້າງໃຫ້ຊີວິດນີ້ນັບມື້ນັບດີງາມກວ່າ.”
ມາຮອດປະຈຸບັນ ລາຍການ ດັ່ງກ່າວໄດ້ຮັບເງິນສະຫນັບສະຫນູນຫລາຍກວ່າ 3,5ຕື້ດົ່ງ, ດຶງດູດ 1.800 ສ່ວນບຸກຄົນ, ຫົວຫນ່ວຍເຂົ້າຮ່ວມ.
(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top