• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃນການຢ້ຽມຢາມທາງລັດຖະກິດຢູ່ ສາທາລະນະລັດ ກູບາ

ຕອນບ່າຍວັນທີ 28 ມີນາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເດີນທາງໄປຮອດນະຄອນຫຼວງ La Habana, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດກູບາ

ທ່ານ Esteban Lazo Hernández ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ທີ່ສະໜາມບິນ José Martí
 

ຕອນບ່າຍວັນທີ 28 ມີນາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເດີນທາງໄປຮອດນະຄອນຫຼວງ La Habana, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດກູບາ ຕາມຄຳເຊື້ອເຊີນຂອງທ່ານເລຂາເອກ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ Raul Castro Ruz. ທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ, ພ້ອມດ້ວຍເຈົ້າໜ້າທີ່ຂອງພັກ, ລັດຖະບານກູບາຫຼາຍທ່ານໄດ້ອອກຕ້ອນຮັບ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ.

        ພາຍຫຼັງຮອດນະຄອນຫຼວງ ລາຮາວານ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ໄປວາງພວງມາລາທີ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ສວນສາທາລະນະຮ່ວາບິງ (ສັນຕິພາບ).

        ຕອນຄ່ຳຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ພົບປະ, ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ກູບາ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ແຈ້ງໃຫ້ຊາບສະພາບການເສດຖະກິດ - ສັງຄົມ, ບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນປີຜ່ານມາ ແລະ ບັນດາເປົ້າໝາຍ, ມາດຕະການທີ່ພັກ, ລັດຖະບານຫວຽດນາມໄດ້ສຸມໃສ່ປະຕິບັດ, ເພື່ອແນໃສ່ນຳປະເທດຊາດສືບຕໍ່ພັດທະນາຢ່າງວອງໄວ ແລະ ຍືນຍົງ, ກໍ່ສ້າງພັກ, ສ້າງລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ. ທ່ານເລຂາທິການໃຫຍ່ ປາດຖະໜາຢາກໃຫ້ໝູ່ຄະນະພະນັກງານ, ພາລະກອນສະຖານທູດ ສືບຕໍ່ມານະພະຍາຍາມ, ປະຕິບັດສຳເລັດໜ້າທີ່ ເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ, ໃຫ້ສົມເປັນອົງການຕາງໜ້າແຫ່ງ ສສ. ຫວຽດນາມ ປະຈໍາ ກູບາ, ພິລະອາດຫານ ແລະ ມານະພະນາຍາມຮ່ວມກັນສູ້ຊົນກ້າວຂຶ້ນໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top