• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ແຂວງ ກວາງນາມ

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍ ກຸ່ມບໍລິສັດ Thaco ແລະ ກຸ່ມບໍລິສັດ Mazda ຍີ່ປຸ່ນໄດ້ສຳເລັດຄຳໝັ້ນສັນຍາກໍ່ສ້າງໂຮງງານຜະລິດລົດໂອໂຕ Mazda ທັນສະໄໝທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ຢ້ຽມຢາມໂຮງງານ Thaco ຢູ່ແຂວງກວາງນາມ

(ພາບ: VGP)

ຕອນເຊົ້າວັນທີ 25 ມີນາ, ທີ່ເຂດອຸດສາຫະກຳກົນຈັກລົດໂອໂຕຈູລາຍ - ເຈື່ອງຫາຍ ສັງກັດເຂດເສດຖະກິດເປີດຈູລາຍ, ແຂວງກວາງນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີ ເປີດສະຫຼອງໂຮງງານຜະລິດລົດໂອໂຕ Thaco Mazda ຂອງບໍລິສັດຫຸ້ນສ່ວນລົດໃຫຍ່ ເຈື່ອງຫາຍ (THACO). ກ່າວຄຳເຫັນທີ່ພິທີ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍ ກຸ່ມບໍລິສັດ Thaco ແລະ ກຸ່ມບໍລິສັດ Mazda ຍີ່ປຸ່ນໄດ້ສຳເລັດຄຳໝັ້ນສັນຍາກໍ່ສ້າງໂຮງງານຜະລິດລົດໂອໂຕ Mazda ທັນສະໄໝທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຕີລາຄາສູງກ່ຽວກັບການຮ່ວມມື ລະຫວ່າງ Mazda ແລະ Thaco ໄດ້ຮັບຜົນສຳເລັດ ໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ຖືວ່າ, ສິ່ງດັ່ງກ່າວ ມີ ໄດ້ປະກອບສ່ວນ ເຂົ້າໃນການຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ນັບມື້ນັບເຂົ້າສູ່ລວງເລິກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມສົ່ງເສີມການພັດທະນາຂົງເຂດອຸດສາຫະກຳລົດໂອໂຕ ແລະ ຮັບປະກັນຄວາມຍຸຕິທຳໃຫ້ແກ່ບັນດານັກລົງທຶນ.

        ແລະກໍໃນຕອນເຊົ້າວັນທີ 25 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີເປີດສາຍການເດີນທະເລສາກົນ ຍີ່ປຸ່ນ - ຈູລາຍ.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 24 ມີນາ, ທີ່ນະຄອນໂຮ້ຍອານ, ແຂວງກວາງນາມ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງປີສ້າງຕັ້ງນະຄອນໂຮ້ຍອານ ຄົບຮອບ 10 ປີ (2008 – 2018). ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແບ່ງປັນກ່ຽວກັບການພັດທະນາຂອງນະຄອນ ໂຮ້ຍອານ ວ່າ:

 “ໂຮ້ຍອານຕ້ອງສູ້ຊົນເພື່ອກາຍເປັນຕົວເມືອງທ່ອງທ່ຽວແຖວໜ້າໃນພາກພື້ນ ແລະ ສາກົນ. ດ້ວຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຄວາມໄວ້ເນື້ອເຊື່ອໃຈ ແລະອິດທິພົນສື່ສຽງຂອງໂຮ້ຍອານ ຈະກາຍເປັນຈຸດນັດພົບທີ່ປະທັບໃຈໃນສາມລ່ຽມມໍລະດົກວັດທະນະທຳສາກົນ ເຫ້ວ - ໂຮ້ຍອານ - ໝີເຊີນ, ເງື່ອນໄຂສະດວກທາງດ້ານຄົມມະນາຄົມ, ທາງບົກ, ທາງນ້ຳ. ນະຄອນໂຮ້ຍອານ ສາມາດຮັບເອົາບັນດາກາລະໂອກາດ ເພື່ອກ້າວຂຶ້ນຢ່າງແຮງກວ່າ”.

 (ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top