• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມ​ມື​ການ​ຄ້າ - ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - EU

ພາຍຫຼັງ 2 ປີປະຕິບັດ, EVFTA - ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) ໄດ້ປະກອບສ່ວນນຳການຄ້າສອງສົ້ນ ລະຫວ່າງ ຫວຽດນາມ - EU ເຕີບໂຕຢ່າງຕໍ່ເນື່ອງ, ການລົງທຶນຈາກ EU ເຂົ້າ ຫວຽດນາມ ມີທ່າອ່ຽງເພີ່ມຂຶ້ນ.

ພາຍຫຼັງ 2 ປີປະຕິບັດ, EVFTA - ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) ໄດ້ປະກອບສ່ວນນຳການຄ້າສອງສົ້ນ ລະຫວ່າງ ຫວຽດນາມ - EU ເຕີບໂຕຢ່າງຕໍ່ເນື່ອງ, ການລົງທຶນຈາກ EU ເຂົ້າ ຫວຽດນາມ ມີທ່າອ່ຽງເພີ່ມຂຶ້ນ.

   

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ BerndLange, ປະທານກຳມາທິການການຄ້າ ສາກົນ (INTA), ລັດຖະສະພາເອີລົບ (ພາບ: TTXVN)

ພາຍຫຼັງ 2 ປີປະຕິບັດ, EVFTA - ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) ໄດ້ປະກອບສ່ວນນຳການຄ້າສອງສົ້ນ ລະຫວ່າງ ຫວຽດນາມ - EU ເຕີບໂຕຢ່າງຕໍ່ເນື່ອງ, ການລົງທຶນຈາກ EU ເຂົ້າ ຫວຽດນາມ ມີທ່າອ່ຽງເພີ່ມຂຶ້ນ. ການຮ່ວມມືການຄ້າ - ການລົງທຶນ ແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - EU. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການຕ້ອນຮັບ ທ່ານ BerndLange, ປະທານກຳມາທິການການຄ້າ ສາກົນ (INTA), ລັດຖະສະພາເອີລົບ ໃນຕອນບ່າຍວັນທີ 9 ກັນຍາ ຢູ່ສຳນັກງານລັດຖະບານ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ EU ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ EU, ບັນດາປະເທດສະມາຊິກ EU ປະຕິບັດສຳເລັດການໃຫ້ສັດຕະຍາບັນສັນຍາ ອາລັກຂາ ການລົງທຶນ ຫວຽດນາມ - EU ໂດຍໄວ ເພື່ອຊຸກຍູ້ການພົວພັນເສດຖະກິດ ລະຫວ່າງສອງຝ່າຍ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ EU ຈະຍົກເລີກບັດເຫຼືອງ ໂດຍໄວ ແລະ ສືບຕໍ່ໜູນຊ່ວຍດ້ານເຕັກນິກໃຫ້ ຫວຽດນາມ ປະຕິບັດບັນດາວິທີການແກ້ໄຂການຕ້ານການຂຸດຄົ້ນສິນໃນນ້ຳທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).

ສ່ວນທ່ານ BerndLange  ປະທານ INTA ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ EU ໃນພາກພື້ນ ແລະ ລັດຖະສະພາ ເອີລົບ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີການຮ່ວມມືສອງຝ່າຍໃນທຸກຂົງເຂດ, ເປັນຕົ້ນແມ່ນໃນສະພາບການ EU ພວມຜັນຂະຫຍາຍຫຼາຍນະໂຍບາຍມຸ່ງໄປເຖິງພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ, ໃນນັ້ນມີ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top