ທີ່ການພົບປະ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢືນຢັນຄືນໃໝ່ຄວາມຕັດສິນໃຈຂອງ ຫວຽດນາມ ໃນເລື່ອງພ້ອມກັບ ອາເມລິກາ ສິ້ນສຸດການເຈລະຈາສັນຍາການຄ້າສົມທຽບ, ຍຸດຕິທຳ ແລະ ດຸ່ນດ່ຽງ ຫວຽດນາມ - ອາເມລິກາ. ທ່ານໃຫ້ຮູ້ວ່າ, ຫວຽດນາມ ພວມເປັນເຈົ້າການກວດກາຄືນ, ສ້າງລະບົບກົດໝາຍໃຫ້ສົມບູນແບບ ຕາມທິດໂປ່ງໃສ, ທັນສະໄໝ, ຄົບຊຸດ, ຜ່ານນັ້ນ ກໍ່ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ແລະ ສ້າງຄວາມສະດວກໃຫ້ແກ່ການເຂົ້າເຖິງຕະຫຼາດ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ Marco Rubio ຢືນຢັນວ່າ ການຮ່ວມມືດ້ານເສດຖະກິດ - ການຄ້າສືບຕໍ່ແມ່ນພື້ນຖານສຳຄັນຂອງການພົວພັນ 2 ຝ່າຍ; ທ່ານຖືວ່າ 2 ຝ່າຍຕ້ອງຮັກສາການແລກປ່ຽນຢ່າງແໜ້ນແຟ້ນ ແລະ ຫວັງວ່າ ຫວຽດນາມ ແລະ ອາເມລິກາ ຈະບັນລຸໄດ້ຂໍ້ຕົກລົງການຄ້າທີ່ມີຄຸນນະພາບສູງ, ມີລັກສະນະສົມທົບ, ຍຸຕິທຳ ແລະ ດຸນດ່ຽງໂດຍໄວ.
2 ຝ່າຍກໍ່ເຫັນດີສືບຕໍ່ຮ່ວມມືກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ແກ້ໄຂມົນລະພິດດີໂອຊິນ, ທຳລາຍລະເບີດທີ່ຍັງບໍ່ທັນແຕກ, ໜູນຊ່ວຍຄົນພິການ, ຊອກຫາທະຫານທີ່ຍັງຫາຍສາບສູນໃນປາງສົງຄາມ, ກໍຄືຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ.






