ຂ່າວສານ

ການຮ່ວມມືດ້ານເສດຖະກິດ, ການຄ້າແມ່ນພື້ນຖານສຳຄັນໃນການພົວພັນ ຫວຽດນາມ - ອາເມລິກາ

ວັນທີ 23 ກໍລະກົດ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM – 59), ຢູ່ ມານີລາ, ຟີລິບປິນ.
ທີ່ການພົບປະ. (ພາບ: VNA)

ທີ່​ການ​ພົບ​ປະ, ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈຸງ ຢືນ​ຢັນ​ຄືນ​ໃໝ່​ຄວາມ​ຕັດ​ສິນ​ໃຈ​ຂອງ ຫວຽດ​ນາມ ໃນ​ເລື່ອງພ້ອມ​ກັບ ອາ​ເມ​ລິ​ກາ ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າສົມ​ທຽບ, ຍຸດ​ຕິ​ທຳ ແລະ ດຸ່ນ​ດ່ຽງ ຫວຽດ​ນາມ - ອາ​ເມ​ລິ​ກາ. ທ່ານ​ໃຫ້​ຮູ້​ວ່າ, ຫວຽດ​ນາມ ພວມ​ເປັນ​ເຈົ້າ​ການກວດກ​າ​ຄືນ, ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ຕາມ​ທິດ​ໂປ່ງ​ໃສ, ທັນ​ສະ​ໄໝ, ຄົບ​ຊຸດ, ຜ່ານນັ້ນ​ ກໍ່ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ແລະ ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຂົ້າ​ເຖິງ​ຕະ​ຫຼາດ.

ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Marco Rubio ຢືນ​ຢັນ​ວ່າ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ​ສືບ​ຕໍ່​ແມ່ນ​ພື້ນ​ຖານ​ສຳ​ຄັນ​ຂອງ​ການ​ພົວ​ພັນ 2 ຝ່າຍ; ທ່ານ​ຖື​ວ່າ 2 ຝ່າຍ​ຕ້ອງ​ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ແໜ້ນ​ແຟ້ນ ແລະ ຫວັງ​ວ່າ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ການ​ຄ້າທີ່​ມີ​ຄຸນ​ນະ​ພາບ​ສູງ, ມີ​ລັ​ກ​ສະ​ນະ​​ສົ​ມ​ທົບ, ຍຸ​ຕິ​ທຳ ແລະ ດຸນ​ດ່ຽ​ງ​ໂດຍ​ໄວ.

2 ຝ່າຍກໍ່​ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື​ກັນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ, ແກ້​ໄຂ​ມົນ​ລະ​ພິດ​ດີ​ໂອ​ຊິນ, ທຳ​ລາຍ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ, ໜູນ​ຊ່ວຍ​ຄົນ​ພິ​ການ, ຊອກ​ຫາ​ທະ​ຫານ​ທີ່​ຍັງ​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ, ກໍ​ຄື​ຊອກ​ຫ​າ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດ​ນາມ.


top