• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກຂອງມໍລະດົກວັດທະນະທຳຂັບແທນ

      ການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກຂອງມໍລະດົກວັດທະນະທຳຂັບແທນ. ຂັບແທນແມ່ນປະເພດສິລະປະທີ່ມີຊື່ສຽງ ຍ້ອນແມ່ນມໍລະດົກວັດທະນະທຳພື້ນເມືອງທີ່ເປັນເອກະລັກຂອງຊາວເຜົ່າໄຕ່, ນຸ່ງ, ຜູ້ໄທ ຍູ່ບັນດາແຂວງເຂດພູດອຍທາງທິດ ເໜືອຫວຽດນາມ. ດ້ວຍຄວາມຫວັງຢາກ ອະນຸລັກ, ເສີມຂະຫຍາຍບັນດາຄຸນຄ່າສິລະປະຂອງຂັບແທນ, ບັນດາທ້ອງຖິ່ນໄດ້ ແລະ ພວມຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອພັດທະນາສິລະປະຂັບແທນກາຍເປັນຂົງເຂດວັດທະນະທຳດ້ວຍຄວາມອຸດົມສົມບູນກ່ຽວກັບປະເພດ, ມີຄວາມຫຼາຍຮູບຫຼາຍສີທາງດ້ານຮູບການສະແດງ

ສິລະປະຂັບແທນ, ພິນຕິ໋ງ 
      ງານມະໂຫລານ, ສິລະປະຂັບແທນ, ພິນຕິ໋ງ ທົ່ວປະເທດ ຄັ້ງທີ 6 ທີ່ຫາກໍ່ຈັດຂຶ້ນຢູ່ແຂວງ ຮ່າຢາງ  ໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ ນັບຮ້ອຍຄົນທີ່ມາຈາກບັນດາກອງສິລະປະກອນຂອງ 14 ແຂວງ ແລະ ນະຄອນໃນທົ່ວປະເທດ. ໃນຊຸມວັນດຳເນີນງານມະໂມລານ, ບັນດາສຽງຂັບແທນ, ພິນຕິ໋ງ ໄດ້ດັງກ້ອງກັງວານຂຶ້ນໄປທົ່ວໝູ່ບ້ານຕ່າງໆຈາກນະຄອນຮ່າຢາງ ຈະຫຼອດຮອດບັນດາເສັ້ນທາງທີ່ລະອິດລະອ້ຽວບົນເຂດພູພຽງຫີນດົ່ງວັນ… ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວ ແລະ ພໍ່ແມ່ພີ່ນ້ອງບັນດາເຜົ່າຍູ່ແຫ່ງນີ້ມີຄວາມຫຼົງໄຫຼ. ເພື່ອນ ເຈິ່ນ ແທ່ງ ອານ ອາຍຸ 19 ປີ ສະມາຊິກໃນຄະນະສິລະປະກອນມະຫາຊົນແຂວງ ກາວ ບັ່ງ ແບ່ງປັນວ່າ: 
     “ນ້ອງໄດ້ຮູ້ຂັບແທນແຕ່ຄາວຍັງນ້ອຍ, ສິລະປະຂັບແທນໄດ້ຊຶມເລິກເຂົ້າໃນຈິດໃຈຂອງມະນຸດ ແລະ ເມື່ອເຕີບໃຫຍ່ຂຶ້ນຈຶ່ງຮູ້ວ່າເຮົາມີຄວາມຮັກຕໍ່ຂັບແທນ, ຈາກນັ້ນນ້ອງກໍ່ເລີ່ມໄປຊອກຫາບ່ອນເພື່ອຮຽນຂັບແທນ. ເນື່ອງຈາກມີແມ່ແມ່ນຊາວເຜົ່າໄຕ່ ແລະ ດຳລົງຊີວິດຢູ່ ກາວ ບັ່ງ, ຟັງສຽງຂັບແທນແຕ່ຄາວຍັງນ້ອຍ, ດັ່ງນັ້ນການຮຽນກໍງ່າຍດາຍ. ນັບແຕ່ຄາວຍັງນ້ອຍເມື່ອໄດ້ຮັບຟັງສຽງຂັບແທນເຮົາກໍ່ແລ່ນໄປຫາເພື່ອຮັບຟັງ ແລະ ຄວາມຮັກຕໍ່ຂັບແທນກໍ່ໄດ້ເພີ່ມຂຶ້ນເປັນກ້າວໆ”. 
      ທຳນອງຂັບແທນໄດ້ກາຍເປັນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວເຜົ່າໄຕ່, ນຸ່ງ, ຜູ້ໄທ ເວົ້າສະເພາະກໍ່ຄືພໍ່ແມ່ພີ່ນ້ອງບັນດາເຜົ່າເຂດພູດອຍທາງທິດເໜືອເວົ້າລວມ. ຍ້ອນເຫດນີ້ເອງ, ໃນຊຸມປີທີ່ຜ່ານມາ ກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບບັນດາທ້ອງຖິ່ນທີ່ມີມໍລະດົກຂັບແທນດຳເນີນງານມະໂຫລານຂັບແທນ, ການໂອ້ລົມສົນທະນາ, ກອງປະຊຸມສຳມະນາແນໃສ່ຈຸດປະສົງຊອກຫາທິດທາງເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກຂັບແທນຢ່າງມີປະສິດທິຜົນ. ທ່ານນາງ ຈ໋ຽວ ທິ ຕິ່ງ, ຮອງຫົວໜ້າພະແນກ ວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ແຂວງ ຮ່າຢາງ ໃຫ້ຮູ້ວ່າ:  
      “ຄວາມຮັບຮູ້ຂອງປະຊາຊົນໄດ້ຖືກຍົກສູງຂຶ້ນ, ເພາະຜ່ານງານມະໂຫລານຄັ້ງນີ້ສາມາດເຫັນໄດ້ເຖິງບັນດາທຳນອງຂັບແທນເກົ່າໄດ້ຮັບການຮັກສາໄວ້. ຈາກບັນດານັກສິລະປະການຂັບແທນທີ່ມີອາຍຸສູງໄດ້ຖ່າຍທອດໃຫ້ຄົນລຸ້ນໜຸ່ມ ແລະ ເຂົາເຈົ້າກໍ່ໄດ້ຮັບເອົາສິ່ງທີ່ຍອດຍິ່ງດ້ານສິລະປະດ້ວຍຄວາມຮັບຜິດຊອບສູງ.”
    ເພື່ອ ອະນຸລັກຮັກສາມໍລະດົກຂັບແທນ, ແຕ່ປີ 2002-2016 ສະມາຄົມສິລະປະວັນນະຄະດີພື້ນເມືອງຫວຽດນາມໄດ້ມອບນາມມະຍົດນັກສິລິປະການພື້ນເມືອງໃຫ້ແກ່ບັນດານັກສິລະປະການ, ນັກສິລະປິນຂັບແທນ ແລະ ນັບແຕ່ປີ 2015 ທ່ານ ປະທານປະເທດຫວຽດນາມໄດ້ມອບນາມມະຍົດກິຕິມະສັກແຫ່ງລັດນັກສິລະປະການດີເດັ່ນໃຫ້ແກ່ບັນດານັກສິລະປະການຂັບແທນ, ທ່ານຮອງ ສາດສະດາຈານ, ປ.ອ ດັງ ແຮ່ວງ ລານ ອະດີດຫົວໜ້າສະຖາບັນດົນຕີແຫ່ງຊາດຫວຽດນາມຖືວ່າ:  
     “ ນັກສິລະປະການ, ນັກສິລະປິນຂັບແທນທຸກໆຄົນ ເມື່ອມາເຂົ້າຮ່ວມງານມະໂຫລານກໍ່ແມ່ນບັນດານັກຮ້ອງສຽງດີ, ແລະ ໄດ້ຂັບຮ້ອງບັນດາທຳນອງເພງຂັບແທນມ່ວນທີ່ສຸດ. ການອະນຸລັກຮັກສາຂັບແທນໃນວັນນີ້ບໍ່ສັບສົນອີກແລ້ວ, ມັນຍັງປະກົດຕົວໃນສັງຄົມ, ດັ່ງນັ້ນພວກເຮົາມີຄວາມອຸ່ນອ່ຽນໃຈເພື່ອລໍຖ້າໂລກ ເຊີດຊູສິລະປະຂັບແທນແມ່ນມໍລະດົກ, ເປັນຕົວແທນຂອງມວນມະນຸດ”    
        ພິທີກຳສິລະປະຂັບແທນແມ່ນໜຶ່ງໃນບັນດາປະເພດວັດທະນະທຳເຊິ່ງໃນນັ້ນໄດ້ເຕົ້າໂຮມ ຫຼາຍຮູບການດຳເນີນຊີວິດວັດທະນະທຳພື້ນເມືອງທີ່ແຕກຕ່າງກັນ. ຍ້ອນເຫດນີ້ເອງ, ການຄົ້ນຄ້ວາ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າພິທີກຳສິລະປະຂັບແທນໃນປັດຈຸບັນແມ່ນວຽກງານທີ່ຈຳເປັນທີ່ສຸດ, ເປັນຕົ້ນແມ່ນໃນຂະນະທີ່ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເຂດພູສູງພວມຍືນຢູ່ຕໍ່ໜ້າຄວາມສ່ຽງຖືກສູນຫາຍໄປຍ້ອນວິວັດການຫັນເປັນທັນສະໄໝ ແລະ ໃນວິວັດການພົວພັນແລກປ່ຽນວັດທະນະທຳ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top