• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກໃນ 5 ເດືອນໄດ້ຮັບຮູ້ວ່າບັນລຸລະດັບເຕີບໂຕດີພໍສົມຄວນ

      ຕາມຕົວເລກຂອງກົມໃຫຍ່ພາສີແລ້ວ, ໃນເດືອນ ພຶດສະພາ ຜ່ານມາ, ວົງເງິນສົ່ງອອກຂອງຫວຽດນາມ ບັນລຸລະດັບກວ່າ 19 ຕື້ USD, ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປະ 2017.
ເມື່ອຄິດໄລ່ລວມ 5 ເດືອນຕົ້ນປີ 2018, ວົງເງິນສົ່ງອອກຂອງຫວຽດນາມ ບັນລຸກວ່າ 128,8 ຕື້ USD, ເພີ່ມຂຶ້ນ 15,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.
      ບັນດານັກຊ່ຽວຊານດ້ານການຄ້າໃຫ້ຂໍ້ສັງເກດວ່າ, ສາຍເຫດທີ່ພາໄປເຖິງການສົ່ງອອກສິນຄ້າຂອງຫວຽດນາມ ເຕີບໂຕດີພໍສົມຄວນໃນໄລຍະເວລາຜ່ານມານັ້ນ ແມ່ນຍ້ອນບັນດາສັນຍານຢ່າງຕັ້ງໜ້າຂອງເສດຖະກິດໂລກ, ພິເສດແມ່ນການເຕີບໂຕຢູ່ບັນດາຕະຫຼາດສົ່ງອອກຕົ້ນຕໍຄື: ອາເມລິກາ, ສະຫະພາບເອີລົບ, ຈີນ… ນອກນັ້ນ, ການຟື້ນຟູຂອງເສດຖະກິດໂລກ, ລາຄາສິນຄ້າສືບຕໍ່ເພີ່ມຂຶ້ນໃນຊຸມເດືອນຕົ້ນປີ 2018 ກໍແມ່ນປັດໃຈທີ່ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງການເຄື່ອນໄຫວຜະລິດສິນຄ້າຂອງຫວຽດນາມ.
      ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ດ້ວຍລະດັບການເຕີບໂຕທີ່ດີຂອງການສົ່ງອອກໃນ 5 ເດືອນນັ້ນ, ພ້ອມກັບບັນດາປັດໃຈສະດວກກ່ຽວກັບຕະຫຼາດ ແລະ ລາຄາ, ການສົ່ງອອກສິນຄ້າຂອງຫວຽດນາມ ຈະເຕີບໂຕກວ່າ 10% ໃນປີ 2018 ແມ່ນສາມາດບັນລຸໄດ້.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top