ຂ່າວສານ ການສົ່ງອອກໃນ 5 ເດືອນໄດ້ຮັບຮູ້ວ່າບັນລຸລະດັບເຕີບໂຕດີພໍສົມຄວນ 11/06/2018 ຕາມຕົວເລກຂອງກົມໃຫຍ່ພາສີແລ້ວ, ໃນເດືອນ ພຶດສະພາ ຜ່ານມາ, ວົງເງິນສົ່ງອອກຂອງຫວຽດນາມ ບັນລຸລະດັບກວ່າ 19 ຕື້ USD, ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປະ 2017. ເມື່ອຄິດໄລ່ລວມ 5 ເດືອນຕົ້ນປີ 2018, ວົງເງິນສົ່ງອອກຂອງຫວຽດນາມ ບັນລຸກວ່າ 128,8 ຕື້ USD, ເພີ່ມຂຶ້ນ 15,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ບັນດານັກຊ່ຽວຊານດ້ານການຄ້າໃຫ້ຂໍ້ສັງເກດວ່າ, ສາຍເຫດທີ່ພາໄປເຖິງການສົ່ງອອກສິນຄ້າຂອງຫວຽດນາມ ເຕີບໂຕດີພໍສົມຄວນໃນໄລຍະເວລາຜ່ານມານັ້ນ ແມ່ນຍ້ອນບັນດາສັນຍານຢ່າງຕັ້ງໜ້າຂອງເສດຖະກິດໂລກ, ພິເສດແມ່ນການເຕີບໂຕຢູ່ບັນດາຕະຫຼາດສົ່ງອອກຕົ້ນຕໍຄື: ອາເມລິກາ, ສະຫະພາບເອີລົບ, ຈີນ… ນອກນັ້ນ, ການຟື້ນຟູຂອງເສດຖະກິດໂລກ, ລາຄາສິນຄ້າສືບຕໍ່ເພີ່ມຂຶ້ນໃນຊຸມເດືອນຕົ້ນປີ 2018 ກໍແມ່ນປັດໃຈທີ່ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງການເຄື່ອນໄຫວຜະລິດສິນຄ້າຂອງຫວຽດນາມ. ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ດ້ວຍລະດັບການເຕີບໂຕທີ່ດີຂອງການສົ່ງອອກໃນ 5 ເດືອນນັ້ນ, ພ້ອມກັບບັນດາປັດໃຈສະດວກກ່ຽວກັບຕະຫຼາດ ແລະ ລາຄາ, ການສົ່ງອອກສິນຄ້າຂອງຫວຽດນາມ ຈະເຕີບໂຕກວ່າ 10% ໃນປີ 2018 ແມ່ນສາມາດບັນລຸໄດ້. (ແຫຼ່ງຄັດຈາກ VOV)

ຕາມຕົວເລກຂອງກົມໃຫຍ່ພາສີແລ້ວ, ໃນເດືອນ ພຶດສະພາ ຜ່ານມາ, ວົງເງິນສົ່ງອອກຂອງຫວຽດນາມ ບັນລຸລະດັບກວ່າ 19 ຕື້ USD, ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປະ 2017. ເມື່ອຄິດໄລ່ລວມ 5 ເດືອນຕົ້ນປີ 2018, ວົງເງິນສົ່ງອອກຂອງຫວຽດນາມ ບັນລຸກວ່າ 128,8 ຕື້ USD, ເພີ່ມຂຶ້ນ 15,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ບັນດານັກຊ່ຽວຊານດ້ານການຄ້າໃຫ້ຂໍ້ສັງເກດວ່າ, ສາຍເຫດທີ່ພາໄປເຖິງການສົ່ງອອກສິນຄ້າຂອງຫວຽດນາມ ເຕີບໂຕດີພໍສົມຄວນໃນໄລຍະເວລາຜ່ານມານັ້ນ ແມ່ນຍ້ອນບັນດາສັນຍານຢ່າງຕັ້ງໜ້າຂອງເສດຖະກິດໂລກ, ພິເສດແມ່ນການເຕີບໂຕຢູ່ບັນດາຕະຫຼາດສົ່ງອອກຕົ້ນຕໍຄື: ອາເມລິກາ, ສະຫະພາບເອີລົບ, ຈີນ… ນອກນັ້ນ, ການຟື້ນຟູຂອງເສດຖະກິດໂລກ, ລາຄາສິນຄ້າສືບຕໍ່ເພີ່ມຂຶ້ນໃນຊຸມເດືອນຕົ້ນປີ 2018 ກໍແມ່ນປັດໃຈທີ່ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງການເຄື່ອນໄຫວຜະລິດສິນຄ້າຂອງຫວຽດນາມ. ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ດ້ວຍລະດັບການເຕີບໂຕທີ່ດີຂອງການສົ່ງອອກໃນ 5 ເດືອນນັ້ນ, ພ້ອມກັບບັນດາປັດໃຈສະດວກກ່ຽວກັບຕະຫຼາດ ແລະ ລາຄາ, ການສົ່ງອອກສິນຄ້າຂອງຫວຽດນາມ ຈະເຕີບໂຕກວ່າ 10% ໃນປີ 2018 ແມ່ນສາມາດບັນລຸໄດ້. (ແຫຼ່ງຄັດຈາກ VOV)