• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະຍົກການພົວພັນລະຫວ່າງ ລາວ-ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ລາວ
ທອງ​ລຸນ ສີ​ສຸ​ລິດ ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ
ເອ​ກະ​ສານ​ຮ່ວມ​ມືລະ​ຫວ່າງ​ສອງ​ປະ​ເທດ
 
      ໃນ​ຫ​ນ້າ​ທຳ​ອິດ​ຂອງ​ບັນ​ດາ​ຫ​ນັງ​ສື​ພິມ​ສຳ​ຄັນ​ຂອງ​ລາວ​ສະ​ບັບ​ອອກ​ໃນ​ວັນ​ທີ 26/4 ໄດ້​ລົງ​ພິມ​ບົດ​ນຳ​ຫລາຍ​ບົດ​ຍ້ອງ​ຍໍ​ສັນ​ລະ​ເສີນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ລາວ - ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດກ​ານ​ຢ້ຽມ​ຢາມ ສ​ປປ ລາວ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ. ບົດ​ນຳ​ໃນ​ຫ​ນັງ​ສື​ພິມ​ປະ​ຊາ​ຊົນ​ ໄດ້​ຢືນ​ຢັນ: ການ​ຢ້ຽມ​ຢາມ ສ​ປ​ປ ລາວ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ຊ່ວຍ​ເພີ່ມ​ທະ​ວີ ແລະ ເປີດກວ້າງ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ລາວ - ຫວຽດ​ນາມ. ຫ​ນັງ​ສື​ພິມ​ລາວ​ພັດ​ທະ​ນາ ລົງ​ພິມ​ບົດ​ນຳ “ການ​ຢ້ຽມ​ຢາມ ສ​ປ​ປ ລາວ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ຍົກ​ການ​ພົວ​ພັນ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່” ໃນ​​ນັ້ນ​​ເນັ້ນ​ຫ​ນັກ​ວ່າ: ການ​ຢ້ຽມ​ຢາມແມ່ນ​ດຳ​ເນີນ​ໃນ​ປີ​ສາ​ມັກ​ຄີ​ລາວ - ຫວຽດ​ນາມ 2017, ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຖື​ເປັນ​ສຳ​ຄັນ ແລະ ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລາວ - ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ຫ​ນັງ​ສື​ພິມ​ປະ​ເທດ​ລາວ ແລະ ຂ່າວ​ສານ​ປະ​ເທດ​ລາວ ກໍ່​ໄດ້​ລົງ​ບົດ​ຂຽນ ດ້ວຍ​ຫົວ​ຂໍ້​ວ່າ: “ການ​ຢ້ຽມ​ຢາມ ສ​ປ​ປ ລາວ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ສ້າງ​ກຳ​ລັງ​ຫ​ນູນ​ໃຫມ່​ໃຫ້​ແກ່​ການ​ພົວ​ພັນ​ແບບ​ພິ​ເສດ ລາວ - ຫວຽດ​ນາມ”. ບົດ​ຂຽນ​ໄດ້​ຢືນ​ຢັນ​ວ່າ ການ​ຢ້ຽມ​ຢາມ ສ​ປ​ປ ລາວ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ສອງ​ປະ​ເທດ ລາວ ແລະ​ຫວຽດ​ນາມ ແລະ ການ​ຢ້ຽມ​ຢາມ ຈະ​ສ້າງ​ກຳ​ລັງ​ຫ​ນູນ​ໃຫມ່ຢ່າງ​ແນ່ນອນ, ຊ່ວຍ​ເພີ່ມ​ທະ​ວີ ແລະ ຮັດ​ແຫ​ນ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ສະ​ຫ​ນິດ​ຕິດ​ພັນ, ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ລາວ ແລະ​ຫວຽດ​ນາມ ໃນ​ໄລ​ຍະ​ພັດ​ທະ​ນາ​ໃຫມ່​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ, ຕອບ​ສະ​ຫນອງ​ຄວາມ​ມຸ່ງ​ມາດ​ປ​າດ​ຖະ​ຫ​ນາ ແລະ ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.
      ເນື່ອງ​ໃນ​ໂອ​ກາດນີ້, ຫ​ນັງ​ສື​ພິມ​ວຽງ​ຈັນ​ໃຫມ່, ເສດ​ຖະ​ກິດ​ສັງ​ຄົມ, ວຽງ​ຈັນ​ທາມ ກໍ​ໄດ້​ມີ​ບົດ​ຂຽນ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ​ພັນ​ລະ​ຍາ. ນອກນັ້ນ ວິ​ທະ​ຍຸ ແລະ ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ກໍ່​ໄດ້​ສະ​ຫງວນ​ເວ​ລາ​ເພື່ອ​ເວົ້າ​ເຖິງ​ການ​ຢ້ຽມ​ຢາມ, ທັງ​ໝົດ​ລ້ວນ​ແຕ່​ຢືນ​ຢັນ: ການ​ຢ້ຽມ​ຢາມ ສ​ປ​ປ​ລາວ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ ລາວ ແລະ​ຫວຽດ​ນາມ ເລິກ​ເຊິ່ງກວ່າ​ອີກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top