• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ຫວຽດນາມ ຂອງນາຍົກລັດຖະມົນຕີ ກຸນບາ ເພື່ອແນໃສ່ເພີ່ມພູນຄຸນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ

ທີ່ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Manuel Marrero, ການນຳ 2 ປະເທດຈະເປັນເອກະພາບກ່ຽວກັບທິດທາງ ແລະ ມາດຕະການລະອຽດເພື່ອຍົກສູງກົນໄກການຮ່ວມມືຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກຸຍບາ
  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ເລແທັງຕຸງ (ພາບ: TTXVN)  

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ເລແທັງຕຸງ ເນັ້ນໜັກວ່າ, ການຢ້ຽມຢາມ ຫວຽດນາມ ຂອງນາຍົກລັດຖະມົນຕີ ກຸນບາ ເພື່ອແນໃສ່ເພີ່ມພູນຄຸນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ກຸຍບາ, ກ່ອນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ກຸນບາ Manuel Marrero, ໃນລະຫວ່າງວັນທີ 28 ກັນຍາ ຫາວັນທີ 02 ຕຸລາ. ຕາມທ່ານເອກອັກຄະລັດຖະທູດ ເລແທັງຕຸງ ແລ້ວ, ນີ້ແມ່ນຄັ້ງທຳອິດໃນຮອບເວລາ 50 ປີຜ່ານມາ ມີທ່ານນາຍົກລັດຖະມົນຕີ ກຸຍບາ ມາຢ້ຽມຢາມ ຫວຽດນາມ, ຍ້ອນ ກຸຍບາ ຫາກໍ່ຟື້ນຟູຕ່ຳແໜ່ງນາຍົກລັດຖະມົນຕີພາຍຫຼັງການປັບປຸງລັດຖະທຳມະນູນປີ 2019.

        ທ່ານເອກອັກຄະລັດຖະທູດ ເລແທັງຕຸງ ຖືວ່າ, ທີ່ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Manuel Marrero, ການນຳ 2 ປະເທດຈະເປັນເອກະພາບກ່ຽວກັບທິດທາງ ແລະ ມາດຕະການລະອຽດເພື່ອຍົກສູງກົນໄກການຮ່ວມມືຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກຸຍບາ, ພ້ອມທັງຊຸກຍູ້ວິສາຫະກິດຂອງ 2 ປະເທດຮ່ວມມືລົງທຶນໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ສາມາດເພີ່ມຕື່ມໃຫ້ແກ່ກັນ, ໂດຍສະເພາະແມ່ນໃນຂົງເຂດຜະລິດ ແລະ ປຸງແຕ່ງທັນຍາຫານ - ສະບຽງອາຫານ, ພະລັງງານຜະລິດຄືນໃໝ່ ລວມທັງ ໄຟຟ້າແສງຕາເວັນ ແລະ ໄຟຟ້າແຮງລົມ, ທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top