
ທີ່ການເຈລະຈາ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ

ທ່ານ ຫງວຽນຝູຈ້ອງ ແລະ ທ່ານ Miguel Mario Diaz Canel Bermudez ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງ 2 ປະເທດບາງສະບັບ

ການນຳ 2 ທ່ານໄດ້ຈັດຖະແຫຼງຂ່າວຮ່ວມ
ຫລັງຈາກນັ້ນ, ການນຳ 2 ທ່ານໄດ້ຈັດຖະແຫຼງຂ່າວຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ.ກູບາ Miguel Mario Diaz Canel Bermudez ໄດ້ຢັ້ງຢືນລັກສະນະປະຫວັດສາດແບບພິເສດຂອງການພົວພັນລະຫວ່າງ ກູບາ ແລະ ຫວຽດນາມ, ໂດຍອີງໃສ່ພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ; ແລະ ປາດຖະໜາວ່າ ຫວຽດນາມ ແລະ ກູບາ ຈະສືບຕໍ່ແບ່ງປັນບົດຮຽນສ້າງສັງຄົມນິຍົມຢູ່ແຕ່ລະປະເທດ. ທ່ານ Miguel Mario Diaz Canel Bermudez ກ່າວວ່າ:
ພວກຂ້າພະເຈົ້າພ້ອມກັນແບ່ງປັນກ່ຽວກັບລຸ້ນຕ່າງໆໃນອະນາຄົດຂອງ ກູບາ ແລະ ຫວຽດນາມ ຍາມໃດກໍ່ຈະຈົ່ງຮັກພັກດີຕໍ່ຄຳສັ່ງສອນຂອງປະທານ ໂຮ່ຈີມິນ ແລະ ປະທານ Fidel, ບັນດາເພື່ອນໜຸ່ມຈະເປັນຜູ້ຊຸກຍູ້ ແລະ ຮັກສານ້ຳໃຈມິດຕະພາບລະຫວ່າງ 2 ຊາດ. ການພົວພັນລະຫວ່າງ ຫວຽດນາມ ແລະ ກູບາ ຍາມໃດກໍ່ເປັນພິເສດນັບທັງໃນປັດຈຸບັນ ແລະ ອະນາຄົດ.
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຢືນຢັນວ່າ: ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຢ່າງແທດຈິງ ເພື່ອສືບຕໍ່ເປີດກ້ວາງ, ຍົກສູງລັກສະນະປະສິດທິຜົນ ແລະ ໝັ້ນຄົງຂອງການພົວພັນຮ່ວມມືລະຫວ່າງ 2 ປະເທດກ່ວາອີກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ ການພົວພັນດ້ານການເມືອງ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ກູບາ ນັບມື້ນັບດີງາມກ່ວາ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ.ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວວ່າ
ຂ້າພະເຈົ້າ ແລະ ທ່ານປະທານ Miguel Mario Diaz Canel Bermudez ໄດ້ໃຫ້ຄຳໝັ້ນສັນຍາວ່າ ຫວຽດນາມ ແລະ ກູບາ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ຮອບດ້ານບົນເສັ້ນທາງສ້າງສາ ແລະ ພັດທະນາຂອງ 2 ປະເທດໃນໄລຍະໃໝ່; ມານະພະຍາຍາມປັບປຸງ ແລະ ເຮັດໃຫ້ການພົວພັນອ້າຍນ້ອງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ສາມັກຄີສັດຊື່ບໍລິສຸດເລິກເຊິ່ງກ່ວາອີກ. ພວກຂ້າພະເຈົ້າໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນເລິກເຊິ່ງກ່ວາ ບົນພື້ນຖານມີປະສິດທິຜົນ, ແທດຈິງ; ຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ.
ທ່ານ ຫງວຽນຝູຈ້ອງ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ທ່ານ Miguel Mario Diaz Canel Bermudez
ແລະກໍ່ໃນຕອນເຊົ້າຂອງວັນດຽວກັນ, ທີ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ - ເຊິ່ງແມ່ນລາງວັນອັນສູງສົ່ງຂອງພັກ, ລັດ ຫວຽດນາມ ໃຫ້ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ.ກູບາ Miguel Mario Diaz Canel Bermudez, ຍ້ອນມີບັນດາຄຸນງາມຄວາມດີອັນໃຫຍ່ຫລວງ, ດີເລີດເປັນພິເສດໃນການເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກູບາ.
(ແຫຼ່ງຄັດຈາກ VOV)