• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແມ່ນໜ້າທີ່ແຖວໜ້າໃນປະຈຸບັນ

ຢູ່ຫວຽດນາມ, ພາຍຫຼັງໄລຍະ 30 ວັນທີ່ບໍ່ພົບກໍລະນີຕິດເຊື້ອພະຍາດໃນຊຸມຊົນ, ນັບແຕ່ວັນທີ 27 ເມສາ ມາຮອດປະຈຸບັນ ໄດ້ກວດພົບກວ່າ 300 ກໍລະນີຕິດເຊື້ອພະຍາດຢູ່ບາງທ້ອງຖິ່ນ, ຊ້ຳບໍ່ໜຳແມ່ນຢູ່ໂຮງໝໍຂັ້ນສູນກາງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິ໊ງ. (ພາບ: VGP)

ສະພາບການໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນໃນໂລກ, ພິເສດແມ່ນຢູ່ບາງປະເທດທີ່ມີເສັ້ນຊາຍແດນຕິດກັບຫວຽດນາມ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ແລະ ເສຍຊີວິດນັບມື້ນັບເພີ່ມຂຶ້ນ. ຢູ່ຫວຽດນາມ, ພາຍຫຼັງໄລຍະ 30 ວັນທີ່ບໍ່ພົບກໍລະນີຕິດເຊື້ອພະຍາດໃນຊຸມຊົນ, ນັບແຕ່ວັນທີ 27 ເມສາ ມາຮອດປະຈຸບັນ ໄດ້ກວດພົບກວ່າ 300 ກໍລະນີຕິດເຊື້ອພະຍາດຢູ່ບາງທ້ອງຖິ່ນ, ຊ້ຳບໍ່ໜຳແມ່ນຢູ່ໂຮງໝໍຂັ້ນສູນກາງ. ເປົ້າໝາຍສູງສຸດໃນປະຈຸບັນຂອງຫວຽດນາມ ແມ່ນສຸມໃສ່ປ້ອງກັນ, ຕ້ານໂລກລະບາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ-19 ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນ, ຮັກສາສຸຂະພາບໃຫ້ແກ່ປະຊາຊົນເພື່ອແນໃສ່ປະຕິບັດເປົ້າໝາຍຄວບຄູ່ແມ່ນທັງປ້ອງກັນ, ຕ້ານໂລກລະບາດຢ່າງປອດໄພ, ມີປະສິດທິຜົນ ແລະ ພັດທະນາເສດຖະກິດສັງຄົມຢ່າງມີໄຊ.

        ຕໍ່ໜ້າການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ຄວາມສ່ຽງເກີດໂລກລະບາດແມ່ນສູງທີ່ສຸດ, ຄະນະພັກ ແລະ ອຳນາດການປົກຄອງ, ບັນດາອົງການທີ່ມີໜ້າທີ່ທຸກຂັ້ນ, ໂດຍສະເພາະແມ່ນກຳລັງແນວໜ້າຂອງຫວຽດນາມ ໄດ້ປະຕິບັດບັນດາມາດຕະການທີ່ເໝາະສົມຢ່າງວ່ອງໄວ, ຂ້ຽວຂາດ ແລະ ມີປະສິດທິຜົນຖືກຕ້ອງຕາມການຊີ້ນຳຂອງຄະນະເລຂາ, ລັດຖະບານ, ນາຍົກລັດຖະມົນຕີ ແລະ ຫົວໜ້າຄະນະຊີ້ນຳແຫ່ງຊາດ, ຄວບຄຸມສະພາບການຢ່າງວ່ອງໄວ, ບໍ່ປະໃຫ້ໂລກລະບາດແຜ່ລະບາດອອກສູ່ວົງກວ້າງຢ່າງເດັດຂາດ.

        ໃນການຜັນແປຫຼ້າສຸດ, ທີ່ກອງປະຊຸມກັບ 63 ແຂວງ, ນະຄອນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ໄດ້ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນເສີມຂະຫຍາຍບົດບາດຊີ້ນຳນຳພາ, ບໍລິຫານ, ຄຸ້ມຄອງຂອງອຳນາດການປົກຄອງ ແລະ ປຸກລະດົມການເຂົ້າຮ່ວມຂອງທົ່ວປວງຊົນ, ທັງລະບົບການເມືອງ, ເປັນເຈົ້າການເສີມຂະຫຍາຍກຳລັງພາຍໃນດ້ວຍຈິດໃຈ: “ປ້ອງກັນ” ເປັນພື້ນຖານ, ມີຍຸດທະສາດຍາວນານ, ມີລັກສະນະຕັດສິນ; “ຕ້ານ” ແມ່ນຮີບດ່ວນ, ຂ້ຽວຂາດ, ວ່ອງໄວ ດ້ວຍຈິດໃຈ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”. ຕາມນັ້ນແລ້ວ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ ເລີ່ມຫັນຈາກສະພາບປ້ອງກັນເປັນຕົ້ນໄປສູ່ສະພາບສົມທົບກັນຢ່າງກົມກຽວ; ເພີ່ມທະວີການນຳໃຊ້ເຕັກໂນໂລຊີເພື່ອຕິດຕາມກວດກາ; ປະຕິບັດທິດທາງ “ຕັ້ງໜ້າ ປ້ອງກັນ, ກວດພົບໄວ, ແຍກຕົວໄວ, ປິ່ນປົວຢ່າງມີປະສິດທິຜົນ, ແກ້ໄຂຢ່າງເຖິງຖອງ, ຮັບປະກັນສະພາບການເປັນປົກກະຕິໂດຍໄວ”.

        ຕາມຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ແລ້ວ, ບັນດາກະຊວງ, ອົງການຈັດຕັ້ງ, ທ້ອງຖິ່ນ ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໃນຂອບເຂດພາລະບົດບາດ, ໜ້າທີ່, ສິດທີ່ໄດ້ຮັບມອບໝາຍ. ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຕ້ອງຫັນຂອບເຂດໜ້າທີ່ຄວາມຮັບຜິດຊອບໃຫ້ເປັນລະອຽດຢ່າງຈະແຈ້ງ, ແຫ່ງໃດປະໝາດ, ຂາດຄວາມລະມັດລະວັງຕ້ອງສຳຫຼວດກວດກາ, ແກ້ໄຂຄວາມຮັບຜິດຊອບຕາມຂໍ້ກຳນົດຂອງພັກ ແລະ ກົດໝາຍຂອງລັດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ, ຊີ້ແຈ້ງວ່າ.

        “ຕ້ອງແກ້ໄຂຢ່າງເຂັ້ມງວດ ແລະ ເປີດເຜີຍບັນດາກໍລະນີລະເມີດ, ນັບທັງລັດຖະກອນ. ເມື່ອໄດ້ຮັບໜ້າທີ່, ສິດ, ໄດ້ນຳໃຊ້ບັນດາເຄື່ອງມືອຸປະກອນຂອງລັດ ແຕ່ບໍ່ເຮັດ, ແມ່ນຕ້ອງມອບໃຫ້ຜູ້ອື່ນເຮັດແທນ. ພວກເຮົາບໍ່ຈົ່ງຈຽມ, ຫຼົບຫຼີກ. ອັນໃດເຮັດຖືກຕ້ອງກໍ່ລະດົມກຳລັງໃຈ, ອັນໃດຍັງບໍ່ທັນເຮັດໄດ້ພວກເຮົາຕ້ອງມານະພະຍາຍາມ, ຖ້າເຮັດບໍ່ໄດ້ກໍ່ຕ້ອງແກ້ໄຂຕາມຄວາມຮັບຜິດຊອບ”.

        ໃນຈຸດເວລານີ້, ບັນດາກະຊວງ, ຂະແໜງການຂັ້ນສູນກາງ, ຄະນະກຳມະການປະຊາຊົນບັນດາທ້ອງຖິ່ນຂອງຫວຽດນາມ ກໍ່ໄດ້ຮຽກຮ້ອງຕ້ອງຮີບເຮັ່ງ, ເດັດດ່ຽວປັບປຸງການປະຕິບັດການແຍກຕົວ, ຕິດຕາມອາການສຸຂະພາບພາຍຫຼັງທີ່ແຍກຕົວລວມໝູ່ສຳລັບຜູ້ເຂົ້າເມືອງ ຮັບປະກັນການແຍກຕົວໃຫ້ໝົດເວລາກຳນົດ, ພິເສດແມ່ນປະຕິບັດການມອບ-ຮັບ, ຕິດຕາມອາການສຸຂະພາບໃນເວລາແຍກຕົວຢູ່ເຮືອນ, ທີ່ບ່ອນຢູ່ອາໄສ; ເພີ່ມທະວີການຄຸ້ມຄອງຄົນເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມການຊີ້ນຳຂອງນາຍົກລັດຖະມົນຕີຢ່າງເຄັ່ງຄັດ. ບັນດາກະຊວງທີ່ກ່ຽວຂ້ອງ, ຄະນະກຳມະການປະຊາຊົນຂັ້ນແຂວງ ຊີ້ນຳການສຳຫຼວດ, ກວດຄືນການຄຸ້ມຄອງຄົນຊາວຕ່າງປະເທດເຂົ້າ-ອອກເມືອງ, ແກ້ໄຂບັນດາຂໍ້ບົກຜ່ອງໃນການແຍກຕົວສຳລັບຄົນເຂົ້າເມືອງ, ການຄຸ້ມຄອງຊາວຕ່າງປະເທດທີ່ອາໄສຢ່າງຜິດກົດໝາຍໂດຍທັນທີ.

        ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ກໍໄດ້ຮຽກຮ້ອງເລື່ອງເປັນເຈົ້າການຍົກສູງກຳລັງຄວາມສາມາດໃນການວິໄຈ, ກຳລັງຄວາມສາມາດໃນການແຍກຕົວໃນບໍລິເວນ, ຮັບປະກັນການຕອບສະໜອງຕໍ່ບັນດາສະພາບການຕ້ານໂລກລະບາດຕາມເນື້ອໃນຈິດໃຈຊີ້ນຳຂອງຄະນະຊີ້ນຳແຫ່ງຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ, ຊີ້ແຈ້ງວ່າ.

        “ບັນດາແຂວງ ມີຂໍ້ຕົກລົງນຳໃຊ້ມາດຕະການແຍກຫ່າງສັງຄົມຕາມການຈັດແບ່ງຂັ້ນ ຕ້ອງຮັບປະກັນຂອບເຂດການນຳໃຊ້ໃຫ້ກະທັດລັດ, ໃນຂອບເຂດນ້ອຍສຸດ ເພື່ອສາມາດຫຼີກລ້ຽງການສົ່ງຜົນກະທົບທີ່ບໍ່ດີຕໍ່ເສດຖະກິດ, ສັງຄົມ, ບໍ່ສົ່ງຜົນກະທ້ອນເຖິງການຂົນສົ່ງສິນຄ້າຜ່ານດ່ານຊາຍແດນ, ເອົາໃຈໃສ່ເຖິງການຮັບປະກັນວັດຖຸໃນການຜະລິດ”.

ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ກະຊວງສາທາລະນະສຸກຫວຽດນາມ ສືບຕໍ່ອັບເດດ, ມີແຜນການກະກຽມໃຫ້ທຸກສະພາບການ, ບໍ່ປະໃຫ້ຖືກຕົກຢູ່ທ່າຮັບ, ກະທັນຫັນ; ຍູ້ແຮງການຊອກຫາ, ພົວພັນກັບບັນດາປະເທດທີ່ມີວັກຊິນໂດຍໄວ ເພື່ອຊື້ວັກສິນປ້ອງກັນໂລກລະບາດ, ຊອກຫາແຫຼ່ງສະໜອງວັກຊິນຢູ່ຫຼາຍປະເທດ, ຮັບປະກັນໃຫ້ມີວັກຊິນໄວທີ່ສຸດ ແລະ ສັກວັກຊິນໃຫ້ຫຼາຍຄົນທີ່ສຸດເທົ່າທີ່ຈະເຮັດໄດ້ ເພື່ອຍູ້ໂລກລະບາດໂຄວິດ-19 ຄັ້ງໃໝ່ໃຫ້ຖອຍໄປໂດຍໄວ ຮັບປະກັນເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top