• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປົກປ້ອງປະຊາຊົນແມ່ນຫນ້າທີ່ຈຸດສຸມໃນໄລຍະເກີດໂລກລະບາດໂຄວິດ 19

ວຽກງານປົກປ້ອງປະຊາຊົນຍັງຄົງແມ່ນຫນ້າທີ່ສຳຄັນຂອງປີ 2021 ແຕ່ເລື່ອງສົ່ງພົນລະເມືອງກັບຄືນມາປະເທດ ຕ້ອງສອດຄ່ອງກັບກຳລັງຄວາມສາມາດຂອງຫວຽດນາມ. 
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  (ພາບ: VOV)

ທີ່ການປະຊຸມຂ່າວນັດສາມັນຄັ້ງທຳອິດໃນປີ 2021 ດຳເນີນຢູ່ຮ່າໂນ້ຍ ໃນຕອນບ່າຍວັນທີ 13 ມັງກອນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ: ປີ 2020 ຫວຽດນາມ ປະຕິບັດເປົ້າໝາຍຄວບຄູ່ເປັນຢ່າງດີ ທັງຄວບຄຸມໂລກລະບາດ ທັງພັດທະນາເສດຖະກິດ. ບັນດາການເຄື່ອນໄຫວພົວພັນຕ່າງປະເທດຫລາຍຝ່າຍ ແລະສອງຝ່າຍ ລ້ວນແຕ່ບັນລຸໄດ້ຜົນງານຫລາຍຢ່າງ. ການເຄື່ອນໄຫວປົກປ້ອງປະຊາຊົນໃນໄລຍະເກີດໂລກລະບາດແມ່ນຫນ້າທີ່ແຖວຫນ້າ ແລະຈະສືບຕໍ່ແມ່ນຈຸດສຸມນັບແຕ່ນີ້ຮອດບຸນປີໃຫມ່ປະຈຳຊາດ.

ໃນປີ 2020 ຫວຽດນາມໄດ້ຈັດຕັ້ງເກືອບ 300 ຖ້ຽວບິນສົ່ງພົນລະເມືອງຫວຽດນາມ ກວ່າ 80.000 ຄົນຢູ່ໃນໂລກກັບມາປະເທດ ໃນຂະນະທີ່ໂລກລະບາດແຜ່ລາມອອກສູ່ວົງກວ້າງໃນທົ່ວໂລກ. ຕາມທ່ານນາງ ເລທິທູຮັ່ງ ແລ້ວ,   ວຽກງານປົກປ້ອງປະຊາຊົນຍັງຄົງແມ່ນຫນ້າທີ່ສຳຄັນຂອງປີ 2021 ແຕ່ເລື່ອງສົ່ງພົນລະເມືອງກັບຄືນມາປະເທດ ຕ້ອງສອດຄ່ອງກັບກຳລັງຄວາມສາມາດຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ກ່ຽວກັບນ້ຳມັນອາຍແກັດ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ກ່ຽວກັບນ້ຳມັນອາຍແກັດ

ທ່ານ Alexander Novak, ຮອງນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ຈະມານະພະຍາຍາມເພື່ອພ້ອມກັບບັນດາອົງການທີ່ກ່ຽວຂ້ອງ ສືບຕໍ່ຊຸກຍູ້ການຮ່ວມມືດ້ານນ້ຳມັນອາຍແກັດ, ພະລັງງານ, ປະກອບສ່ວນຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ.

Top