• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະທະກັນ ຮາມາດ -ອິດສະຣາແອນ: ຫ້ອງການ ICRC ຢູ່ ເຂດກາຊາ ຖືກລູກປືນໃຫຍ່ຍິງໃສ່ເຮັດໃຫ້ຫລາຍຄົນຖືກບາດເຈັບ ແລະ ເສຍຊີວິດ

ຕາມຕົວເລກຂອງອົງການສາທາລະນະສຸກຢູ່ເຂດ ກາຊາ ແລ້ວ, ມີ 25 ຄົນຖືກເສຍຊີວິດ ແລະ 50 ຄົນຖືກບາດເຈັບ ໃນການຍິງລູກປືນໃຫຍ່ດັ່ງກ່າວ.
ການຍິງລູກປືນໃຫຍ່ ໂດຍ ອິດສະຣາແອນ ປະຕິບັດ ເລັ່ງໃສ່ ເຂດ ກາຊາ ເມື່ອວັນທີ 20/6/2024. ພາບ: THX/TTXVN

ວັນທີ 21 ມິຖຸນາ, ສະພາກາແດງສາກົນ (ICRC) ໃຫ້ຮູ້ວ່າ: ຫ້ອງການຂອງອົງການນີ້ປະຈຳຢູ່ເຂດ ກາຊາ ຖືກລູກປືນຍິງໃສ່ ເຮັດໃຫ້ມີຢ່າງຫນ້ອຍສຸດ 22 ຄົນພວມລີ້ໄພຢູ່ອ້ອມແອ້ມຖືກເສຍຊີວິດ ແລະສິບໆຄົນຖືກຮັບບາດເຈັບ. ICRC ຊີ້ແຈງວ່າ:ບັນດາລູກປືນໃຫຍ່ ໄດ້ຕົກໃສ່ຫ້ອງການແຫ່ງນີ້ ແລະ ບ່ອນຢູ່ ຂອງພະນັກງານ ICRC ພຽງສອງສາມແມັດ.

ໃນຂະນະນັ້ນ ຕາມຕົວເລກຂອງອົງການສາທາລະນະສຸກຢູ່ເຂດ ກາຊາ ແລ້ວ, ມີ 25 ຄົນຖືກເສຍຊີວິດ ແລະ 50 ຄົນຖືກບາດເຈັບ ໃນການຍິງລູກປືນໃຫຍ່ດັ່ງກ່າວ. ອົງການນີ້ກ່າວວ່າ ເຫດຍິງລູກປືນໃຫຍ່ໂດຍ ອິດສະຣາແອນ ປະຕິບັດ ໄດ້ເລັ່ງໃສ່ບ່ອນຢູ່ຂອງຊາວລີ້ໄພ ຢູ່ເຂດ Al-Mawasi ອ້ອມແອ້ມຫ້ອງການ ICRC. ໂຄສົກຂອງກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ໄດ້ປະຕິເສດທຸກຄຳກ່າວຫາ ພ້ອມທັງໃຫ້ຮູ້ວ່າ: ພວມພິຈາລະນາ ເລື່ອງການນີ້.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top