ຂ່າວສານ
ການນໍາບັນດາປະເທດສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນໍາພັກ, ລັດ, ລັດຖະບານ, ປະຊາຊົນຫວຽດນາມ ແລະ ຄອບຄົວທ່ານອະດີດປະທານປະເທດ ເລດຶກແອັງ
ທ່ານ Ram Nath Covind ປະທານາທິບໍດີ ອິນເດຍ, ທ່ານ Choe Ryong Hae ປະທານຄະນະປະຈໍາສະພາປະຊາຊົນສູງສຸດ ສປປ.ເກົາຫຼີ, ທ່ານ Khalifa Bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບເອັມມີເລດ... ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ.
ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ, ອີຣານ ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ.
ວັນທີ 03 ພຶດສະພາ, ບັນດາຄະນະຜູ້ແທນຂັ້ນສູງຕ່າງປະເທດ, ເອກອັກຄະລັດຖະທູດ, ທູຕານຸທູດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ໄດ້ມາໄວ້ອາໄລ ອະດີີດປະທານປະເທດ, ພົນເອກ ເລດຶກແອັງ. ໃນນັ້ນ ລວມມີ: ຄະນະຜູ້ແທນຂັ້ນສູງລາຊະອານາຈັກ ກໍາປູເຈຍ; ຄະນະຜູ້ແທນຂັ້ນສູງ ສປປ.ລາວ; ຄະນະຜູ້ແທນຂັ້ນສູງ ກູບາ; ຄະນະຜູ້ແທນຂັ້ນສູງ ຍີ່ປຸ່ນ...
(ແຫຼ່ງຄັດຈາກ VOV)