• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳແນວໂຮມປະເທດຊາດຫວຽດນາມຕ້ອນຮັບສະພາຈິດໃຈສາສະໜາ Baha’i ຫວຽດນາມ

      ຕອນບ່າຍວັນທີ 03 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈືອງທິຫງອກແອ໋ງ, ໄດ້ໃຫ້ການຕ້ອນຮັບຜູ້ແທນຜູ້ທີ່ມີຍົດສັກຕຳແໜ່ງທາງສາສະໜາ, ຜູ້ຊ່ວຍວຽກສາສະໜາສະພາຈິດໃຈສາສະໜາ Baha’i ຫວຽດນາມ.

ທ່ານນາງຮອງປະທານ ເຈືອງທິຫງອກແອ໋ງ ໄດ້ຍ້ອງຍໍ
ບັນດາການປະກອບສ່ວນຂອງປະຊາຄົມສາສະໜາ Baha’i
(ພາບ: daidoanket.vn)
      ທີ່ການຕ້ອນຮັບ, ທ່ານນາງຮອງປະທານ ເຈືອງທິຫງອກແອ໋ງ ໄດ້ຍ້ອງຍໍບັນດາການປະກອບສ່ວນຂອງປະຊາຄົມສາສະໜາ Baha’i ກັບການພັດທະນາຂອງປະເທດຊາດໃນໄລຍະປະຈຸບັນ ໂດຍຜ່ານຄະຕິເຄື່ອນໄຫວປັບປຸງຊີວິດການເປັນຢູ່ໃຫ້ຄົນທຸກຍາກ, ຍົກສູງການສຶກສາເພື່ອຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນ ແລະ ປຸກລະດົມການເຄື່ອນໄຫວວິທະຍາສາດທີ່ມີປະໂຫຍດ ແນໃສ່ສ້າງຄວາມສາມັກຄີບັນດາສາສະນິກກະຊົນນຳກັນ ເພື່ອສ້າງປະເທດຫວຽດນາມ ສັນຕິພາບ, ພັດທະນາ. ທ່ານນາງຮອງປະທານ ເຈືອງທິຫງອກແອ໋ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະພາຈິດໃຈສາສະໜາ Baha’i ຈະສືບຕໍ່ຮ່ວມເດີນທາງພ້ອມກັບຊາດ, ປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ, ຕິດພັນກັບອຳນາດການປົກຄອງ, ແນວໂຮມຢູ່ຂັ້ນທ້ອງຖິ່ນ; ດຳລົງຊີວິດແບບ “ຢູ່ໃນສິນ, ກິນໃນທຳ” ແລະ ຕັ້ງໜ້າເຂົ້າຮ່ວມບັນດາບັ້ນຂົນຂວາຍໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ປຸກລະດົມ.
        ສາສະໜາ Baha’i ໄດນຳເຂົ້າຫວຽດນາມ ແຕ່ປີ 1945, ປະຈຸບັນ, ມີສາສະນິກກະຊົນເກືອບ 7.000 ຄົນ, ຢູ່ 45 ແຂວງ, ນະຄອນ ແລະ ສາສະໜາ Baha’I ໄດ້ຮັບໃບຢັ້ງຢືນເຄື່ອນໄຫວສາສະໜາເລີ່ມແຕ່ເດືອນ ມີນາ 2007 ເປັນຕົ້ນໄປ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top