• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳຫວຽດນາມໄປອວຍພອນບຸນເຕັດ

ເນື່ອງໃນໂອກາດບຸນປີໃໝ່ປີກຸນ 2019, ວັນທີ 26 ມັງກອນ, ຢູ່ນະຄອນໂຮ່ຈິມິນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພໍ່ແມ່ຊາວເຜົ່າຈຳ; ມອບທຶນການສຶກສາໃຫ້ນັກນັກສຶກສາ, ນັກຮຽນຊາວເຜົ່າຈຳ, ຂະແມ ທີ່ພວມດຳລົງຊີວິດຢູ່ນະຄອນໂຮ່ຈິມິນ.


ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ມອບທຶນການສຶກສາໃຫ້ນັກນັກສຶກສາ, ນັກຮຽນຊາວເຜົ່າຈຳ, ຂະແມ ທີ່ພວມດຳລົງຊີວິດຢູ່ນະຄອນໂຮ່ຈິມິນ.
(ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ພໍ່ແມ່ຊາວເຜົ່າຈຳ ແລະ ຂະແມ ຢູ່ນະຄອນໂຮ່ຈິມິນ ຈະສືບຕໍ່ຍົກສູງສະຕິອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ໜູນຊ່ວຍກັນໃນການດຳລົງຊີວິດ; ຮັກສາ ແລະ ເສີມຂະຫຍາຍມູນເຊື້ອເພື່ອໃຫ້ຊາວເຜົ່າຈຳ, ຊາວເຜົ່າຂະແມໃຫ້ນັບມື້ນັບພັດທະນາກວ່າ.

        ແລະກໍ່ໃນຕອນຄ່ຳວັນທີ 26 ມັງກອນ, ຢູ່ນະຄອນໂຮ່ຈິມິນ, ໄດ້ຈັດລາຍການຕ້ອນຮັບບຸນປີໃໝ່ປີກຸນ 2019 ໃຫ້ຄອບຄົວກຳມະກອນ 600 ຄອບຄົວທີ່ບໍ່ມີເງື່ອນໄຂກັບເມືອບ້ານຕ້ອນຮັບບຸນເຕັດ. ດ້ວຍທິດນຳທີ່ວ່າ “ບໍ່ປະໃຫ້ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານບໍ່ວ່າຜູ້ໃດທີ່ບໍ່ມີບຸນເຕັດ”. ປີນີ້, ນະຄອນໂຮ່ຈິມິນ ໄດ້ຂົນຂວາຍບັນດາວິສາຫະກິດຈັດຕັ້ງການຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດເກືອບ 500.000 ພູດເມື່ອມອບໃຫ້ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍມູນຄ່າເກືອບ 230 ຕື້ດົ່ງ ແລະ ປີ້ລົດມອບໃຫ້ກຳມະກອນກັບເມືອບ້ານຕອນຮັບບຸນເຕັດພ້ອມກັບຄອບຄົວ ດ້ວຍມູນຄ່າກວ່າ 46 ຕື້ດົ່ງ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍີນ, ໃຫ້ຮູ້ວ່າ.

        “ບັນຍາກາດບຸນເຕັດອັນອົບອຸ່ນຢູ່ທີ່ນີ້ ຈະຊ່ວຍໃຫ້ບັນດາພວກນ້ອງ ແລະ ຄອບຄົວຂອງຕົນ ເຖິງວ່າບໍ່ໄດ້ກັບເມືອບ້ານກໍ່ຕາມ ແຕ່ມີຄວາມຮູ້ສຶກໄດ້ຄວາມອົບອຸ່ນ, ການບິ່ງແຍງຂອງຄອບຄົວໃຫຍ່, ນັ້ນແມ່ນສະຫະພັນໃຫຍ່ແຮງງານຫວຽດນາມ. ພວກເຮົາເຊື່ອໝັ້ນວ່າ, ປີ 2019 ແລະ ຊຸມປີຕໍ່ໆໄປ, ພວກອ້າຍ, ເອື້ອຍ, ນ້ອງກຳມະກອນ, ລັດຖະກອນ, ຜູ້ອອກແຮງານ ຈະສືບຕໍ່ເສີມຂະຫຍາຍຈິດໃຈຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ຜ່ານຜ່າຄວາມຫຍຸ້ງຍາກ, ມານະພະຍາຍາມຍົກສູງລະດັບວິຊາຊີບ, ປະກອບສ່ວນໃຫ້ແກ່ການພັດມະນາຂອງອົງການ, ຫົວໜ່ວຍ, ວິສາຫະກິດ ແລະ ປະເທດຊາດໃຫ້ນັບມື້ນັບເປັນຢ່າງດີກວ່າ”.

 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top