• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳຫວຽດນາມລົງອວຍພອນວັນບຸນຄິຼດສມາດ ຄ.ສ 2016 ຢູ່ທ້ອງຖິ່ນຕ່າງໆ

ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ລົງ​ຢ້ຽມ​ຢາມ
 ແລະ ອວຍ​ພອນ​ເຂດ​ຊາວ​ຄຼິດ​ນະ​ຄອນ​ໂຮ່​ຈິ​ມິນ
          ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ຄິຼດ​ສ​ມາດ ຄ.ສ 2016, ຕອນ​ບ່າຍ​ວັນ​ທີ 23/12, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ເຂດ​ຊາວ​ຄຼິດ​ນະ​ຄອນ​ໂຮ່​ຈິ​ມິນ. ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງໄດ້​ເນັ້ນ​ໜັກເຖິງ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ແມ່ນ​ຍາມ​ໃດ​ກໍ​ເຄົາ​ລົບ, ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ ສາ​ສະ​ໜາ​ຂອງ​ພົນ​ລະ​ເມືອງ, ນີ້​ແມ່ນ​ຄວາມຕ້ອງ​ການ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ຜູ້​ເຊື່ອຖື​ສາ​ສະ​ໜາ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ສະ​ແດງ​ຄວາມ​ຫວັງ​ຢາກ​ໃຫ້​ບັນ​ດາ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ ແລະ ພໍ່​ແມ່​ພີ​ນ້ອງ​ຊາວ​ຄຼິດ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາດ, ເຊີດ​ຊູ​ດ້ານ​ດີ, ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ມະ​ນຸດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ​ໃຫ້​ເຂັ້ມ​ແຂງ, ສິ​ວິ​ໄລ.
    ແລະ ກໍ​ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ຄິຼດ​ສ​ມາດ ຄ.ສ 2016 ແລະ ເພື່ອ​ກະ​ກຽມ​ຕ້ອນ​ຮັບ​ປີ​ໃໝ່ ຄ​.ສ 2017, ໃນ​ຕອນ​ເຊົ້າ​ວັນ​ທີ 23/12, ທ່ານ​ຮ່​ວາງ​ຈຸງ​ຫາຍ, ເລ​ຂາ​ພັກ​ນະ​ຄອນ​ຮ່າ​ໂນ້ຍ​ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ພະ​ຄາ​ດີ​ນັນ ເຟ​ໂຣ ຫງວຽນ​ວັນ​ເຍີນ ຫົວ​ໜ້າ​ເຂດ​ຊາວ​ຄຼິດ​ຮ່າ​ໂນ້ຍ ແລະ ຢ້ຽມ​ຢາມ​ຖາ​ມ​ຂ່າວຄອບ​ຄົວ​ຊາວ​ຄ​ຼິດ​ທີ່​ດີ​ເດັ່ນ​ຢູ່​ຕາ​ແສງ ຮ່າງ​ຈົ້ງ, ຮ່​ວານ​ກ້ຽມ.
    ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ຖ້ຽນ​ເຍີນ ກໍ​ໄດ້​ລົງຢ້ຽມ​ຢາມ ແລະ ອວຍ​ພອນ​ວັນ​ບຸນ​ຄິຼດ​ສ​ມາດ ຄ.ສ 2016 ຢູ່​ແຂວງ​ແທງ​ຮ້​ວາ, ​ຢ້ຽມ​ຢາມ ແລະ ອວຍ​ພອນ ຫົວ​ໜ້າ​ສະ​ພາ​ສັງ​ຄະ​ລາດ​ແທງ​ຮ້​ວາ ຫງວຽ​ຈີ້​ລິງ.
       ໃນ​ຂະ​ນະ​ດຽວ​ກັນ, ການ​ນຳ​ແຂວງ​ບີງ​ຖ້ວນ, ບາດ​ລຽວ​ກໍ​ໄດ​້ລົງຢາມອວຍ​ພອນບັນ​ດາ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ ແລະ ພໍ່​ແມ່​ພີ​ນ້ອງ​ຊາວ​ຄຼິດ, ໂປ​ແຕັ​ສ​ຕັງ​ໃນ​ບໍ​ລິ​ເວນ​ແຂວງ ​​ເນື່ອງ​ໃນ​ໂອ​ກາດວັນ​ບຸນ​ຄິຼດ​ສ​ມາດ ຄ.ສ 2016 ນີ້.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top