• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ຫົວໜ່ວຍຕ່າງໆ

ທ່ານ ຫວໍວັນເທືອງ ເນັ້ນໜັກວ່າ, ໂດຍແມ່ນກຳລັງຕຳຫຼວດໃນບໍລິເວນເຂດຕົວເມືອງໃຫຍ່ກວ່າໝູ່ໃນທົ່ວປະເທດ, ບັນດາພະນັກງານຕຳຫຼວດນະຄອນ ໂຮ່ຈີມິນ ຕ້ອງມານະພະຍາມຢ່າງໃຫຍ່ຫຼວງ ເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນ.
  ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດກຳລັງຕຳຫຼວດນະຄອນ ໂຮ່ຈີມິນ  

ຕອນບ່າຍວັນທີ 21 ມັງກອນ (ກົງກັບວັນທີ 30 ບຸນເຕັດ), ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດກຳລັງຕຳຫຼວດນະຄອນ ໂຮ່ຈີມິນ. ທີ່ການຢ້ຽມຢາມ, ທ່ານ ຫວໍວັນເທືອງ ເນັ້ນໜັກວ່າ, ໂດຍແມ່ນກຳລັງຕຳຫຼວດໃນບໍລິເວນເຂດຕົວເມືອງໃຫຍ່ກວ່າໝູ່ໃນທົ່ວປະເທດ, ບັນດາພະນັກງານຕຳຫຼວດນະຄອນ ໂຮ່ຈີມິນ ຕ້ອງມານະພະຍາມຢ່າງໃຫຍ່ຫຼວງ ເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນ. ທ່ານ ຫວໍວັນເທືອງ ອວຍພອນໃຫ້ພະນັກງານຕະຫຼວດນະຄອນທຸກຄົນ ປີໃໝ່ຈົ່ງປະຕິບັດສຳເລັດໜ້າທີ່ການເມືອງ, ສ້າງຜົນງານໃໝ່ຫຼາຍຢ່າງ, ປະກອບສ່ວນໃຫ້ແກ່ການພັດທະນາຂອງນະຄອນ ໂຮ່ຈີມິນ, ຄວາມສະຫງົບສຸກໃຫ້ປະຊາຊົນເວົ້າສະເພາະ ແລະ ການພັດທະນາ, ຄວາມສະຫງົບຂອງປະເທດຊາດເວົ້າລວມ.

ຕອນຄ່ຳວັນທີ 21 ທັງກອນ, ກົງກັບຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ປີແມວ 2023, ຢູ່ແຂວງ ເລິມດົ່ງ, ທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ກຳມະກອນຜູ້ອອກແຮງງານດີເດັ່ນ, ຜູ້ປະສົບກັບຄວາມຫຍຸ້ງຍາກຂຶ້ນກັບບໍລິສັດຫຸ້ນສ່ວນບໍລິການຕົວເມືອງ ດ່າລາດ. ເນື່ອງໃນໂອກາດຕ້ອນຮັບບຸນເຕັດປະຈຳຊາດ, ທ່ານນາງ ເຈືອງທິມາຍ ໄດ້ສົ່ງຄຳອວຍພອນອັນປະເສີດມາຍັງພະນັກງານ, ກຳມະກອນທຸກຖ້ວນໜ້າ ແລະ ມອບຂອງຂວັນບຸນເຕັດ 50 ພູດ ຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ ມອບໃຫ້ຜູ້ອອກແຮງງານດີເດັ່ນ, ຜູ້ປະສົບກັບຄວາມຫຍຸ້ງຍາກຂອງບໍລິສັດຫຸ້ນສ່ວນການບໍລິການຕົວເມືອງ ດ່າລາດ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top