• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳບັນດາປະເທດ, ບັນດາພັກຕ່າງປະເທດ ອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດຳລົງຕຳແໜ່ງປະທານປະເທດ

ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດແຫ່ງ ສສ. ຫວຽດນາມ ຈາກສະພາແຫ່ງຊາດຊຸດທີ 14,

ການນຳບັນດາປະເທດ, ບັນດາພັກຕ່າງປະເທດ ອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດຳລົງຕຳແໜ່ງປະທານປະເທດ (ພາບ: TTXVN)

ການນຳບັນດາປະເທດ ບຣູໄນ, ສ.ສະຫະພາບ ມຽນມາ, ນິວຊີແລນ ແລະ ການນຳບັນດາພັກຕ່າງປະເທດ ສືບຕໍ່ສົ່ງໂທລະເລກ ແລະ ຈົດໝາຍອວຍພອນ.

        ໃນໂທລະເລກອວຍພອນ, ສົມເດັດພະລາຊາທິບໍດີ ບຣູໄນ Suntan Haji Hassanal Bolkiah ໄດ້ສະແດງຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານປະເທດ ຫງວຽນຝູຈ້ອງ ເພື່ອເຮັດໃຫ້ການພົວພັນມີຄຸນຄ່າຫລາຍຢ່າງນັບທັງ 2 ຝ່າຍ ແລະ ພາກພື້ນລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ.

        ທ່ານປະທານາທິບໍດີ ສ.ສະຫະພາບ ມຽນມາ Win Myint ໄດ້ສົ່ງຈົດໝາຍອວຍພອນ, ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຢ່າງສະຫລາດສ່ອງໃສຂອງທ່ານປະທານປະເທດ ຫງວຽນຝູຈ້ອງ, ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານໃຫຍ່ຫລາຍຢ່າງກ່ວາອີກ ໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານປະທານາທິບໍດີ Win Myint ໄດ້ຢືນຢັນວ່າ: ມຽນມາ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

        ການນຳພັກຕ່າງໆຂອງບາງປະເທດຄື: ອິນເດຍ, ເມັກຊີໂກ, ອາກຊັງຕິນ, ຊູດັງ…ກໍ່ໄດ້ສົ່ງໂທລະເລກອວຍພອນ.

(ແຫຼ່ງຄັດຈາກ VOV)


ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top