• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບປະທານສະພາຄົ້ນຄວ້າກໍ່ສ້າງພັກທົ່ວປະເທດ ຈີນ

ນະຄອນ ໂຮ່ຈີມິນ ມີການພົວພັນຮ່ວມມືມິດຕະພາບກັບຫຼາຍນັກລົງທຶນ, ຄູ່ຮ່ວມມືຂອງ ຈີນ.
  ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານ ຫຼີຈີຢຸງ, ປະທານຄະນະສະມາຄົມຄົ້ນຄວ້າກໍ່ສ້າງພັກທົ່ວປະເທດ ຈີນ (ພາບ: hcmcpv.org.vn)  

ຕອນຄ່ຳວັນທີ  26 ສິງຫາ, ຢູ່ນະຄອນ ໂຮ່ຈີມີນ, ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານ ຫຼີຈີຢຸງ, ປະທານຄະນະສະມາຄົມຄົ້ນຄວ້າກໍ່ສ້າງພັກທົ່ວປະເທດ ຈີນ.

ທີ່ການຕ້ອນຮັບ, ການນຳນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ນະຄອນ ໂຮ່ຈີມິນ ມີການພົວພັນຮ່ວມມືມິດຕະພາບກັບຫຼາຍນັກລົງທຶນ, ຄູ່ຮ່ວມມືຂອງ ຈີນ. ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຈະແມ່ນທ້ອງຖິ່ນຕັ້ງໜ້າ ໃນການຜັນຂະຫາຍາຍການຊີ້ນຳ, ນຳພາຂອງການນຳ 2 ປະເທດ ເພື່ອຫັນບັນດາລາຍການຮ່ວມມືລະຫວ່າງ 2 ພັກ, 2 ລັດໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການຮ່ວມມືມິດຕະພາບ 2 ຝ່າຍ. ທາງນະຄອນປາດຖະໜາຢາກເພີ່ມທະວີການຮ່ວມມື, ແລກປ່ຽນຄະນະຜູ້ແທນກັບບັນດາອົງການ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ ຈີນ ໃນບັນດາຂົງເຂດ: ກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ, ການຮ່ວມມືດ້ານເສດຖະກິດ…

ສ່ວນທ່ານ ຫຼີຈີຢຸງ ໃຫ້ຮູ້ວ່າ, ຈີນ ປາດຖະໜາຢາກພ້ອມກັບ ຫວຽດນາມ, ໃນນັ້ນມີນະຄອນ ໂຮ່ຈີມິນ, ປະຕິບັດບັນດາໂຄງການຮ່ວມມື, ແບ່ງປັນບົດຮຽນໃນວຽກງານກໍ່ສ້າງພັກ, ຮ່ວມມືເສດຖະກິດ, ເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນຂັ້ນສູງ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top