![]()
ສະຫາຍປະທານປະເທດ ເຈິ່ນດ້າຍກວາງ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ໄດ້ເປັນປະທານການປະຊຸມຂ່າວ ປະກາດປິດປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017. ພາບ: ຍານຊ໋າງ/VNA
|
ຕອນເຊົ້າວັນທີ 20 ທັນວາ 2017, ທີ່ສຳນັກງານປະທານປະເທດ, ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ເປັນປະທານການປະຊຸມຂ່າວ ປະກາດປິດປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2017.
ກ່າວຄວາມເຫັນທີ່ການປະຊຸມຂ່າວ, ສະຫາຍປະທານປະເທດ ເຈິ່ນດ້າຍກວາງ ໄດ້ຢືນຢັນວ່າ ປີ 2017 ມີຄວາມໝາຍສຳຄັນພິເສດ ສຳລັບປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ. ເພື່ອແນໃສ່ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5/9/1962-5/9/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2017), ສອງປະເທດໄດ້ມີການສົມທົບຢ່າງແໜ້ນແຟ້ນເພື່ອ ຈັດຕັ້ງຫຼາຍການເຄື່ອນໄຫວຢ່າງອຸດົມສົມບູນ, ມີຊີວິດຊີວາໃນ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017”.

ສະຫາຍປະທານປະເທດ ເຈິ່ນດ້າຍກວາງ ຢືນຢັນວ່າ “ທັງປີ 2017 ໄດ້ກາຍເປັນວັນບຸນລວມຂອງປະຊາຊົນສອງປະເທດ - “ວັນບຸນແຫ່ງຄວາມສາມັກຄີ ຫວຽດນາມ-ລາວ, ລາວ-ຫວຽດນາມ“ ແລະ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເປັນປີທີ່ເຕັມໄປດ້ວຍຄວາມປະທັບໃຈ ແລະ ມີຄວາມໝາຍຢ່າງເລິກເຊິ່ງໃນຊີວິດທາງດ້ານການເມືອງ-ສັງຄົມ ແລະ ເປັນຂີດໝາຍສຳຄັນໃນການພົວພັນຫວຽດນາມ-ລາວ. ບັນດາການເຄື່ອນໄຫວສະເຫຼີມສະຫຼອງນັ້ນໄດ້ສ້າງເປັນຂະບວນການແຂ່ງຂັນ, ມີກຳລັງແຜ່ຂະຫຍາຍຢ່າງແຮງ, ແມ່ນໂອກາດເພື່ອສືບຕໍ່ບຳລຸງ, ຍົກສູງລະດັບຄວາມຮູ້ຂອງບັນດາຂະແໜງການ, ທຸກຂັ້ນ ແລະ ທ້ອງຖິ່ນຕ່າງໆ, ກໍ່ຄືປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງມູນເຊື້ອສຳພັນທະມິດຕໍ່ສູ້ພິເສດ, ການສະໜັບສະໜູນຢ່າງສຸດຈິດສຸດໃຈລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາຢູ່ແຕ່ລະປະເທດ ໃນປັດຈຸບັນ“.
ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມເຫັນດີຕໍ່ການຕີລາຄາຂອງສະຫາຍປະທານປະເທດ ເຈິ່ນດ້າຍກວາງ ແລະ ຢືນຢັນວ່າ ສາຍພົວພັນອັນ ເປັນພິເສດລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ພວມນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ເປັນປັດໃຈສຳຄັນທີ່ ຕັດສິນໄຊຊະນະພາລະກິດປະຕິວັດຂອງແຕ່ລະປະເທດ.
ປະຊາຊົນສອງປະເທດ ລາວ-ຫວຽດນາມ ມີສິດເອກອ້າງທະນົງໃຈເມື່ອເຫັນວ່າ ຜ່ານການເວລາ, ເຖິງວ່່າສາຖານະການຢູ່ພາກພື້ນ ແລະ ສາກົນສືບຕໍ່ໄຂຂຶ້ນຢ່າງສັບສົນ, ແຕ່ສາຍພົວພັນລະຫວ່າງສອງປະເທດນັບມື້ນັບແໜ້ນແຟ້ນກວ່າເກົ່າ.
ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ເນັ້ນໜັກວ່າ ໃນສະພາບການປັດຈຸບັນ, ປະຊາຊົນ ສອງປະເທດ, ພິເສດແມ່ນລຸ້ນໜຸ່ມສອງປະເທດຕ້ອງມີພາລະໜ້າທີ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາຂຶ້ນ.
ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມກັນປະກາດປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017 ສຳເລັດຢ່າງຈົບງາມ.

ປະຕິບັດ: VNA/VNP