• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ ສສ.ຫວຽດນາມ ອວຍພອນການນຳ ສປປ.ລາວ

ບັນດາການນຳຂັ້ນສູງຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ຄະນະການນຳໃໝ່ຂອງລາວ ຈະຊີ້ນຳຢ່າງມີປະສິດທິຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ໄລຍະ 2021 – 2025 ຢ່າງມີໄຊ.
ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ. (ພາບ: KPL)

ໂດຍຮັບຂ່າວວ່າ, ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດສປປ.ລາວ ຊຸດທີ IX ໄດ້ເລືອກຕັ້ງທ່ານ ທອງລຸນ ສີສຸລິດ, ເປັນປະທານປະເທດ; ທ່ານ ພັນຄຳ ວິພາວັນ, ເປັນນາຍົກລັດຖະມົນຕີ; ທ່ານ ໄຊສົມພອນ ພົມວິຫານ, ເປັນປະທານສະພາແຫ່ງຊາດ; ທ່ານ ບຸນທອງ ຈິດມະນີ, ເປັນຮອງປະທານປະເທດ ແລະ ທ່ານນາງ ປານີ ຢາທໍ່ຕູ້, ເປັນຮອງປະທານປະເທດ. ວັນທີ 22 ມີນາ 2021, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ສົ່ງໂທລະເລກຊົມເຊີຍເຖິງບັນດາການນຳຂັ້ນສູງຢູ່ຂັ້ນທຽບເທົ່າຂອງລາວ.

        ໃນບັນດາໂທລະເລກຊົມເຊີຍ, ບັນດາການນຳຂັ້ນສູງຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ຄະນະການນຳໃໝ່ຂອງລາວ ຈະຊີ້ນຳຢ່າງມີປະສິດທິຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ໄລຍະ 2021 – 2025 ຢ່າງມີໄຊ, ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນສຳເລັດຜົນ, ມີທີ່ຕັ້ງ ແລະ ບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ແລະ ບົນເວທີສາກົນ. ການນຳຂັ້ນສູງຫວຽດນາມ ກໍ່ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາການນຳລາວ ເພື່ອເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ, ເພື່ອຄວາມວັດທະນາຖາວອນ ແລະ ຄວາມຜາສຸກຂອງປະຊາຊົນ 2 ປະເທດ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ສະເຫຼີມໄຊ ກົມມະສິດ ເນື່ອງໃນໂອກາດທີ່ສະພາແຫ່ງຊາດລາວ ຊຸດທີ IX ສືບຕໍ່ເລືອກຕັ້ງທ່ານເປັນລັດຖະມົນຕີກະຊວງການຕ່າງປະເທດລາວ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top