• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ 23 ປະເທດ ແລະ WHO ຮຽກຮ້ອງໃຫ້ສ້າງສົນທິສັນຍາສາກົນວ່າດ້ວຍການຮັບມືກັບໂລກລະບາດໂຄວິດ - 19

      ປັດຈຸບັນ ມີປະມຸກລັດ 23 ປະເທດ ໄດ້ລົງນາມສະໜັບສະໜູນຂໍ້ສະເໜີສ້າງສົນທິສັນຍາສາກົນວ່າດ້ວຍການຮັບມືກັບໂລກລະບາດ.
(ພາບປະກອບ:Reuters)
      ວັນທີ 30 ມີນາ, ປະມຸກລັດ 23 ປະເທດ ພ້ອມດ້ວຍ ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກເຂົ້າຮ່ວມການສ້າງສົນທິສັນຍາສາກົນວ່າດ້ວຍການຮັບມືກັບໂລກລະບາດ, ດ້ວຍຈຸດປະສົງ ຫຼຸດຜ່ອນຜົນເສຍຫາຍໃຫ້ແກ່ມວນມະນຸດ ໃນຂະນະຕ້ອງປະເຊີນໜ້າກັບໂລກລະບາດຕ່າງໆໃນອະນາຄົດ. ພ້ອມກັນນັ້ນກໍໄດ້ເນັ້ນໜັກວ່າ ການສ້າງສົນທິສັນຍາສາກົນວ່າດ້ວຍການຮັບມືກັບໂລກລະບາດ ແມ່ນເພື່ອເພີ່ມກຳລັງຮັບມືຂອງໂລກ ເມື່ອປະເຊີນໜ້າກັບໂລກລະບາດຕ່າງໆໃນອະນາຄົດ ໂດຍຜ່ານການສ້າງລະບົບກ່າວເຕືອນ, ການແບ່ງບັນຂໍ້ມູນລວມ ກໍຄືການຜະລິດ, ຈຳໜ່າຍວັກຊິນ, ຢາປະເພດຕ່າງ, ວິທີການບົ່ງມະຕິ ແລະ ປິ່ນປົວຢ່າງທົ່ວເຖິງ, ຍຸຕິທຳ ຢູ່ບັນດາປະເທດທັງໝົດ.
        ປັດຈຸບັນ ມີປະມຸກລັດ 23 ປະເທດ ໄດ້ລົງນາມສະໜັບສະໜູນຂໍ້ສະເໜີສ້າງສົນທິສັນຍາສາກົນດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top