• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທູດຕ້ອງເປັນເຈົ້າການ, ມີໄຫວພິບ ຫົວຄິດປະດິດສ້າງເພື່ອຜົນປະໂຫຍດຂອງປະເທດຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງຂະແໜງການທູດ (28 ສິງຫາ 1945 – 28 ສິງຫາ 2022), ຕອນບ່າຍວັນທີ 23 ສິງຫາ, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຮັດວຽກກັບກະຊວງການຕ່າງປະເທດກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

ທ່ານປະທານ ຫງວຽນຊວນຟຸກກ່າວຄຳເຫັນທີ່ການພົບປະເຮັດວຽກ

ກ່າວຄຳເຫັນທີ່ການພົບປະເຮັດວຽກ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ຂະແໜງການທູດ ຕ້ອງເປັນເຈົ້າການ, ມີໄຫວພິບ ຫົວຄິດປະດິດສ້າງເພື່ອຜົນປະໂຫຍດຂອງປະເທດຊາດ. ຕາມນັ້ນແລ້ວ, ຂະແໜງການທູດຕ້ອງກຳແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ທີ່ກອງປະຊຸມການຕ່າງປະເທດທົ່ວປະເທດ ແລະ ປະຕິບັດ 3 ໜ້າທີ່ຍຸດທະສາດຄື: ຮັກສາສັນຕິພາບ ແລະ ສະຖຽນລະພາບ ແມ່ນວຽກງານສຳຄັນ, ເປັນປະຈຳ. ; ຮັບໃຊ້ການພັດທະນາຂອງປະເທດຊາດ ແມ່ນວຽກງານໃຈກາງ; ຍົກສູງທີ່ຕັ້ງ ບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດຊາດແມ່ນໜ້າທີ່ສຳຄັນ.

     ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ, ຂະແໜງການທູດຄວນສືບຕໍ່ກຳນົດ “ການຕ່າງປະເທດເອກະລາດ ເປັນເຈົ້າຕົນເອງ” ແມ່ນແຜນນະໂຍບາຍໃຫຍ່ ແລະ ສຳຄັນ; ສືບຕໍ່ຊຸກຍູ້ການພົວພັນຂອງຫວຽດນາມກັບຄູ່ຮ່ວມມືຢ່າງເລິກເຊິ່ງ, ມີປະສິດທິຜົນ, ສະຖຽນລະພາບ ແລະ ຍືນຍົງ; ກຳນົດການທູດຮັບໃຊ້ການພັດທະນາເປັນໜ້າທີ່ໃຈກາງ; ຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍໃຫ້ເໝາະສົມກັບທ່ວງທ່າ ແລະ ກຳລັງໃໝ່ຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top