• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຍິງບັ້ງໄຟດອກຂ່ຳນັບຊົມເຊີຍວັນສະຖາປະນາປະເທດ ສສ.ຫວຽດນາມ 02 ກັນຍາ

ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວເຈືອຈານເຂົ້າບັນຍາກາດຄວາມເປີດບ່ານມ່ວນຊື່ນ, ຄວາມເອກອ້າງທະນົງໃຈກ່ຽວກັບປະຫວັດສາດອັນສະຫງ່າອົງອາດຂອງຊາດ ຫວຽດນາມ.
(ການຍິງບັ້ງໄຟດອກຢູ່ສວນສາທາລະນະ ທົງເຍິດ)

ຕອນຄ່ຳວັນທີ 02 ກັນຍາ, ຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ພ້ອມກັນຈັດຫຼາຍລາຍການສະແດງສິລະປະພິເສດ ແລະ ການຍິງບັ້ງໄຟດອກຢູ່: ໜອງ ຮ່ວານກຽມ, ສວນສາທາລະນະ ທົງເຍິດ ແລະ ໜອງ ວັນກວານ, ສ້າງບັນຍາກາດວັນບຸນທີ່ມີສີສັນຫຼາກຫຼາຍ, ຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ ສສ.ຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວເຈືອຈານເຂົ້າບັນຍາກາດຄວາມເປີດບ່ານມ່ວນຊື່ນ, ຄວາມເອກອ້າງທະນົງໃຈກ່ຽວກັບປະຫວັດສາດອັນສະຫງ່າອົງອາດຂອງຊາດ ຫວຽດນາມ.

“ຂ້າພະເຈົ້າໄດ້ຮັບຊົມການຍິງບັ້ງໄຟດອກຢູ່ໜອງ ຮ່ວານກຽມ ເປັນຫຼາຍຄັ້ງແລ້ວ, ແຕ່ໃນຄັ້ງນີ້ແມ່ນພິເສດທີ່ສຸດ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈ”.

“ບັນດາຮູບພາບໃນມື້ນີ້ແມ່ນສວຍງາມທີ່ສຸດ, ບັນດາຮູບພາບນັ້ນລ້ວນແຕ່ເຮັດໃຫ້ປະຊາຊົນມີຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ແລະ ຊາດຂອງຕົນ. ນັ້ນແມ່ນບ່ອນອີງເພື່ອໃຫ້ລຸ້ນໜຸ່ມສືບຕໍ່ສືບທອດລຸ້ນປູລຸ້ນພໍ່ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ”.

ຢູ່ນະຄອນ ໂຮ່ຈີມິນ, ຕອນຄ່ຳວັນທີ 02 ກັນຍາ, ມີປະຊາຊົນນັບໝື່ນຄົນໄດ້ຮັບຊົມການຍິງບັ້ງໄຟດອກ ແລະ ລາຍການສະແດງສິລະປະ. ເຫດການບໍ່ພຽງແຕ່ແມ່ນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ ສສ.ຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງຂີດໝາຍງານບຸນໃຫຍ່ທຳອິດພາຍຫຼັງທີ່ ນະຄອນ ໂຮ່ຈີມິນ, ບິ່ງເຍືອງ ແລະ ບ່າເຣີຍ - ວູງເຕົາ ໂຮມເຂົ້າກັນ.

ແລະກໍ່ໃນຂອບເຂດງານບຸນເອກະລາດ “80 ປີຄວາມເອກອ້າງທະນົງໃຈ ຫວຽດນາມ”, ຕອນຄ່ຳວັນດຽວກັນ, ຢູ່ສະໜາມຫຼວງ ດົງກິງເງັ້ຍທຸກ, ຮ່າໂນ້ຍ, ໄດ້ຈັດລາຍການເພງ “ເອກອ້າງທະນົງໃຈ ຫວຽດນາມ” ອັຍໄດ້ດຶງດູດຫຼາຍກວ່າ 10.000 ຄົນເຂົ້າຮ່ວມ.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 49 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 49 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານສ້າງກົດໝາຍ ພິຈາລະນາຮ່າງກົດໝາຍ 14 ສະບັບ (ໃນນັ້ນມີ 7 ສະບັບໄດ້ຮັບການປັບປຸງຢ່າງຮອບດ້ານ), ມີຂອບເຂດກວ້າງ, ມີຜົນກະທົບໃຫຍ່ຫຼວງ.

Top