• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຊ້ອມ​ຜ່ານ​ເນື້ອ​ໃນຂັ້ນລັດກ່ຽວກັບລາຍການສວນສະຫນາມ, ເດີນຂະບວນສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ

ຕອນຄ່ຳວັນທີ 25 ເມສາ, ການຊ້ອມຜ່ານເນື້ອໃນຂັ້ນລັດກ່ຽວກັບລາຍການສວນສະຫນາມ, ເດີນຂະບວນສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາປີ 1975-30 ເມສາປີ 2025) ໄດ້ດຳເນີນຢູ່ ຖະຫນົນ ເລຢວ໋ນ ເມືອງ 1 ນະຄອນໂຮ່ຈິມິນ.
ບັນດານັກຮົບກອງທັບຈີນ ເຂົ້າຮ່ວມການສວນສະຫນາມ. (ພາບ:Lương Ý/VTC News)

ເປີດສາກພິທີ ແມ່ນລາຍການສະແດງສິລະປະຂ່ຳນັບຊົມເຊີຍ ໂດຍມີການເຂົ້າຮ່ວມສະແດງຂອງກວ່າ 1.000 ຄົນ. ການຊ້ອມຜ່ານເນື້ອໃນກ່ຽວກັບລາຍການສວນສະຫນາມ, ເດີນຂະບວນ ແມ່ນເລີ່ມຕົ້ນດ້ວຍພິທີເຄົາລົບທຸງຊາດໃນທ່າມກາງສຽງດັ່ງກ້ອງກັງວານຂອງປືນໃຫຍ່ 21 ລູກໄດ້ຍິງຂຶ້ນ. ນຳຫນ້າລາຍການສວນສະຫນາມ, ເດີນຂະບວນ ແມ່ນການສະແດງຂອງຂະບວນລົດແຫ່ຮູບເຄື່ອງໝາຍປະເທດ ສສ ຫວຽດນາມ, ລົດແຫ່ຮູບປະທານໂຮ່ຈິມິນ, ລົດສັນຍາລັກ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.

ຕໍ່ຈາກນັ້ນ ແມ່ນການສະແດງສວນສະຫນາມ, ເດີນຂະບວນຂອງ 38 ກຳລັງປະກອບອາວຸດ ແລະ 12 ຄະນະທີ່ຕາງຫນ້າໃຫ້ບັນດາອົງການຈັດຕັ້ງມະຫາຊົນ.

ປະຊາຊົນຖ່າຍຮູບກັບນາຍທະຫານຍິງກອງຕຸລິຍາງ. (ພາບ:Tỷ Huỳnh/VOV)

ຄະນະສວນສະຫນາມຂອງກອງທັບບັນດາປະເທດຄື: ຈີນ, ລາວ, ກຳປູເຈຍ ກໍ່ໄດ້ພ້ອມກັນເຂົ້າຮ່ວມຊ້ອມຜ່ານເນື້ອໃນກ່ຽວກັບລາຍການສວນສະຫນາມ, ເດີນຂະບວນດັ່ງກ່າວ.

ຕອນເຊົ້າວັນດຽວກັນ, ເຮືອບິນຂຶ້ນຊື່, ເຮືອບິນຂັບໄລ່ສູ້ຮົບກໍ່ໄດ້ບິນຝືກຊ້ອມບົນນ່ານຟ້າຂອງນະຄອນໂຮ່ຈິມິນ.

ຄາດວ່າ ການຊ້ອມໃຫຍ່ຂັ້ນລັດຈະດຳເນີນໃນຕອນເຊົ້າວັນທີ 27 ເມສາ. ພິທີສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ໄດ້ຈັດຕັ້ງໃນແຕ່ເວລາ 6 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 30 ເມສາປີ 2025 ໂດຍມີການເຂົ້າຮ່ວມຂອງປະມານ 13.000 ຄົນ.

(ແຫຼ່ງຄັດຈາກ VOV)

ທ້ອນໂຮມປະເທດຊາດເປັນເອກະພາບ: ບັນດາຈຸດເວລາປະຫວັດສາດຂອງລະດູບານໃໝ່ 1975

“ທ້ອນໂຮມປະເທດຊາດເປັນເອກະພາບ”: ບັນດາຈຸດເວລາປະຫວັດສາດຂອງລະດູບານໃໝ່ 1975

ງານວາງສະແດງກໍ່ເຮັດແຈ້ງເຖິງການສະໜັບສະໜູນ, ການລຳລຽງຂອງແນວຫຼັງໃຫຍ່ທາງພາກເໜືອຕໍ່ກັບແນວໜ້າທາງພາກໃຕ້

Top