ຕາມຕົວເລກຂອງອົງການຄຸ້ມຄອງວິສາຫະກິດ ສິງກະໂປ ຊີ້ໃຫ້ເຫັນວ່າ ໃນເດືອນ ເມສາ 2026, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ສິງກະໂປ ກັບ ຫວຽດນາມ ບັນລຸປະມານ 4,1 ຕື້ USD, ເພີ່ມຂຶ້ນ 62,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ໃນນັ້ນການສົ່ງອອກຂອງ ສິງກະໂປ ມາ ຫວຽດນາມ ບັນລຸ 1,9 USD, ເພີ່ມຂຶ້ນ 20,9%; ການນຳເຂົ້າສິນຄ້າຈາກ ຫວຽດນາມ ບັນລຸ 2,1 ຕື້ USD, ເພີ່ມຂຶ້ນ 143%.
ໃນ 4 ເດືອນຕົ້ນປີ 2026, ຫວຽດນາມ ສືບຕໍ່ຮັກສາເປັນຄູ່ຄ້າຢືນອັນດັບທີ 10 ຂອງ ສິງກະໂປ. ອົງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ ສິ່ງທີ່ໜ້າສົນໃຈແມ່ນໝວດເຄື່ອງຈັກ ແລະ ເຄື່ອງອຸປະກອນໄຟຟ້າ, ເຊື້ອເພີງ, ນ້ຳມັນ… ສືບຕໍ່ບັນລຸການເຕີບໂຕເປັນບວກຢູ່ລະດັບສູງຢູ່ທັງການສົ່ງອອກ - ນຳເຂົ້າ.







