ຂ່າວສານ

ການຄ້າ ຫວຽດນາມ - ສິງກະໂປ ສືບຕໍ່ມີຄວາມຕັ້ງໜ້າ

ໃນ 4 ເດືອນຕົ້ນປີ 2026, ຫວຽດນາມ ສືບຕໍ່ຮັກສາເປັນຄູ່ຄ້າຢືນອັນດັບທີ 10 ຂອງ ສິງກະໂປ.
  (ພາບ​ປະ​ກອບ: AP/Anton L. Delgado)  

ຕາມ​ຕົ​ວ​ເລກ​ຂອງ​ອົງ​ກາ​ນ​ຄຸ້ມ​ຄອງວິ​ສາ​ຫະ​ກິດ ສິງ​ກະ​ໂປ ຊີ້​ໃຫ້​ເຫັນ​ວ່າ ໃນ​ເດືອນ ເມ​ສາ 2026, ຍອດ​ວົງ​ເງິນ​ສົ່ງ​ອອກ - ນຳ​ເຂົ້າ​ຂອງ ສິງ​ກະ​ໂປ ກັບ ຫວຽດ​ນາມ ບັນ​ລຸ​ປະ​ມານ 4,1 ຕື້ USD, ເພີ່ມ​ຂຶ້ນ 62,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025, ໃນ​ນັ້ນ​ການ​ສົ່ງ​ອອກ​ຂອງ ສິງ​ກະ​ໂປ ມ​າ ຫວຽດ​ນາມ ບັນ​ລຸ 1,9 USD, ເພີ່ມ​ຂຶ້​ນ 20,9%; ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ ຫວຽດ​ນາມ ບັນ​ລຸ 2,1 ຕື້ USD, ເພີ່ມ​ຂຶ້​ນ 143%.

ໃນ 4 ເດືອນ​ຕົ້ນ​ປີ 2026, ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ເປັນ​ຄູ່​ຄ້າ​ຢືນ​ອັນ​ດັບ​ທີ 10 ຂອງ ສິງ​ກະ​ໂປ. ອົງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ ໃຫ້​ຮູ້​ວ່າ ສິ່ງ​ທີ່​ໜ້​າ​ສົນ​ໃຈ​ແມ່ນ​ໝວດ​ເຄື່ອງ​ຈັກ ແລະ ເຄື່ອງ​ອຸ​ປະ​ກອນ​ໄຟ​ຟ້າ, ເຊື້ອ​ເພີງ, ນ້ຳ​ມັນ… ສືບ​ຕໍ່​ບັນ​ລຸການ​ເຕີບ​ໂຕ​ເປັນ​ບວກ​​ຢູ່​ລະ​ດັບ​ສູງ​ຢູ່​ທັງ​ການ​ສົ່ງ​ອອກ - ນຳ​ເຂົ້າ.


top