• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຄິດໄລ່ພາສີຕ້ອງຮັບປະກັນຄວາມປະສົມກົມກຽວລະຫວ່າງຜົນປະໂຫຍດຂອງລັດ, ວິສາຫະກິດ, ປະຊາຊົນ

ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ເລື່ອງປະກາດໃຊ້ຮ່າງກົດໝາຍ ເພື່ອແນໃສ່ຍົກສູງລັກສະນະຍຸຕິທຳຂອງລະບົບພາສີ; ມອບໃຫ້ລັດຖະບານກຳນົດລະດັບລາຍຮັບທີ່ບໍ່ຕ້ອງເສຍພາສີສ່ວນບຸກຄົນ
  ຕອນເຊົ້າວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດສືບຕໍ່ປຶກສາຫາລືຢູ່ຫໍປະຊຸມ (ພາບ: quochoi.vn)  

ໂດຍ​ສືບ​ຕໍ່​ກ​ອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ຕອນ​ເຊົ້າ​ວັນ​ທີ 23 ເມ​ສາ, ຢູ່ ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ​້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ລາຍ​ໄດ້​ສ່ວນ​ບຸກ​ຄົນ, ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ​ມູນ​ຄ່າ​ເພີ່ມ, ກົດ​ໝາຍ​ວ່າ​ດ້ວຍ​ລາຍ​ຮັບ​ວິ​ສາ​ຫະ​ກິດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ​ຈຳ​ໜ່າຍ​ພິ​ເສດ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຫັນ​ດ​ີ​ຕໍ່​ເລື່ອງ​ປະ​ກາດ​ໃຊ້​ຮ່າງ​ກົດ​ໝາຍ ເພື່ອ​ແນ​ໃສ່​ຍົກ​ສູງ​ລັກ​ສະ​ນະ​ຍຸ​ຕິ​ທຳ​ຂອງ​ລະ​ບົບ​ພາ​ສີ; ມອບ​ໃຫ້​ລັດ​ຖະ​ບານ​ກຳ​ນົດ​ລະ​ດັບ​ລາຍ​ຮັບ​ທີ່​ບໍ່​ຕ້ອງ​ເສຍ​ພາ​ສີ​ສ່ວນ​ບຸກ​ຄົນ, ບໍ່​ເສຍ​ພາ​ສີ​ມູນ​ຄ່າ​ເພີ່ມ​ສຳ​ລັບ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຍົກ​ເວັ້ນ​ພາ​ສີ​ລາຍ​ຮັບ​ວິ​ສາ​ຫະ​ກິດ.

ຕອນ​ບ່າຍ​ວັນ​ທີ 23 ເມ​ສາ, ສະ​ພາ​ແຫ່ງ​ຊາດ​ຈັດ​ວ່າ​ລະ​ປະ​ຊຸມ​ຄົບ​ຄະ​ນະຢ​ູ່​ຫໍ​ປະ​ຊຸມ, ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ, ມະ​ຕິ​ບາງ​ສະ​ບັບ, ໃນ​ນັ້ນ​ມີ: ກົ​ດ​ໝາຍ​ວ່າ​ດ້ວຍ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ​ສານ (ສະ​ບັບ​ປັບ​ປຸງ); ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ (ສະ​ບັບ​ປັບ​ປຸງ); ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໄສ​ເຊື່ອ​ຖື​ສາ​ສະ​ໜາ (ສະ​ບັບ​ປັບ​ປຸງ)… ສະ​ພາ​ແຫ່ງ​ຊາດກໍ່​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ໝາກ​ຜົນ​ການ​ຕິດ​ຕາມ​ການ​ແກ້​ໄຂ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ສົ່ງ​ເຖິງກ​ອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15.

(ແຫຼ່ງຄັດຈາກ VOV)

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ດຳເນີນການພົບປະສົນທະນາກັບລັດຖະມົນຕີການຕ່າງປະເທດ Estonia

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ດຳເນີນການພົບປະສົນທະນາກັບລັດຖະມົນຕີການຕ່າງປະເທດ Estonia

ວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Margus Tsahkna, ລັດຖະມົນຕີການຕ່າງປະເທດ Estonia.

Top